• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປານີຢາທໍ່ຕູ້,ປະທານສະພາແຫ່ງຊາດສປປລາວສິ້ນສຸດການຢ້ຽມຢາມຫວຽດນາມ

      ໃນການຢ້ຽມຢາມຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆ

ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ແລະ ທ່ານນາງ ຫງວຽນທິກີມເງິນ,
ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຜູ້ແທນ
ພາບ: TTXVN
      ຕອນບ່າຍວັນທີ 8 ກໍລະກົດ, ຄະນະຜູ້ແທນຂັ້ນສູງພັກ,ລັດ ແລະ ສະພາແຫ່ງຊາດ ສປປ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ສປປ ລາວ ນຳຫນ້າ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວແຂວງ ເຊີນລາ ແຕ່ວັນທີ 3-8 ກໍລະກົດປີ 2017. ໃນການຢ້ຽມຢາມຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆເນື່ອງໃນໂອກາດປີສາມັກຄີມິດຕະພາບຫວຽດນາມ ລາວ ຢູ່ ແຂວງ ເຊີນລາ. ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຖືວ່າ: ບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017” ດຳເນີນໄປຢູ່ ແຂວງ ເຊີນລາ ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງ ແຂວງ ເຊີນລາ ແລະ ບັນດາແຂວງ ພາກເຫນືອຂອງລາວ ເວົ້າສະເພາະ. ທ່ານນາງ ປານີ ຢາທໍ່ຕູ້ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ແຂວງ ເຊີນລາ ສືບຕໍ່ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະກັນກັບບັນດາແຂວງ ພາກເຫນືອຂອງລາວໃນທຸກຂົງເຂດ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top