• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11


(ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ 
ຢູ່​ສະ​ໜາມ​ບິນ Abu Dhabi)
      ​​ພາຍ​ຫຼັງ​ຢ້​ຽມ​ຢາມ​ອິນ​ເດຍ​ຢ່າງ​ເປັນ​ທາງ​ກ​ານ​ໃນ​ລະ​ຫວ່າງວັນ​ທີ 08 – 11/12, ຕອນ​ບ່າຍ​ວັນ​ທີ 11/12 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສະ​ພາ​ແຫ່ງ​ຊາດຫ​ວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ອິນ​ເດຍ ໄປຍັງ​ສະ​ໜາມ​ບິນ Abu Dhabi, ສະຫະລັດອາຣັບເອມມີເລດ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໂລກ ຄັ້ງ​ທີ 11.
        ກອງ​ປະ​ຊຸມ​ບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ ເພື່ອ​​ຈຸດ​ປະ​ສົງຊຸກ​ຍູ້​​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ, ເພີ່ມ​ທະ​ວີ​ບົດ​ບາດ, ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ດ້ານ​ການ​ເມືອງ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫ​າ​ສຳ​ລັບ​ເດັກ​ຍິງ ແລະ ແມ່​ຍິງ​ຄື: ປົກ​ປ້ອງ​ ແລະ ມອບ​ສິດ​ໃຫ້​ເດັກ​ຍິງ, ຕ້ານ​ການ​ໃຊ້​ຄວາ​ມ​ຮຸ​ນ​ແຮງ​ສຳ​ລັບ​ແມ່​ຍິງ ແລະ ເດັກ​ຍິງ.
        ​ຄາດ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້ຈະ​ມີ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງໃນ​ໂລກ​ 50 ທ່ານເຂົ້າ​ຮ່ວມ. ດ້ວຍ​ຫົວ​ຂໍ້​ວ່າ “ສາ​ມັກ​ຄີ​ເພີ່​ອ​ກຳ​ນົດ​ທິດ​ທາງໃຫ້​ອະ​ນາ​ຄົດ”, ກອງ​ປະ​ຊຸມ​ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ ລະ​ດົມ​ກຳ​ລັງ​ແຮງ​ສາ​ມັກ​ຄີ, ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັນ​ແບ່ງ​ປັນ​ບົດ​ຮຽ​ນ, ພ້ອມ​ທັງ​ສ້າງ​ຕັ້ງ ແລະ ເປີດກວ້າງ​ເຄືອ​ຂ່າຍ​ຮ່ວມ​ມື​ກັບສາ​ກົນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top