• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດອນທານີ, ປະເທດໄທ

ໃນຂອບເຂດການຢ້ຽມຢາມລາຊາອະນາຈັກໄທຢ່າງເປັນທາງການ, ໃນວັນທີ 28 ສິງຫາ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດອນທານີ, ປະເທດໄທ, ເຊິ່ງແມ່ນເມືອງເອກພາກອີສານປະເທດໄທ.
ທີ່ອຸດອນທານີ, ທ່ານນາງ ຫງວຽນທິກີມເງິນ ໄປຢ້ຽມຢາມຫ້ອງວ່າການແຂວງ ແລະ ມີການພົບປະແລກປ່ຽນກັບທ່ານເຈົ້າແຂວງວັດທະນາພຸດທິຊາດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ອຳນາດການປົກຄອງ, ປະຊາຊົນແຂວງອຸດອນທານີ ໄດ້ສ້າງເງື່ອນໄຂສະດວກຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ອາໃສຢູ່ປະເທດໄທມີຊີວິດການເປັນຢູ່ຢ່າງສະຫງົບສຸກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດໄທ ແລະ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ທ່ານນາງ ຫງວຽນທິກີມເງິນ ພົບປະແລກປ່ຽນກັບທ່ານເຈົ້າແຂວງອຸດອນທານີວັດທະນາພຸດທິຊາດ

ພາຍຫຼັງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 43 ປີແລະການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຄົບຮອບ 7 ປີ, ສອງປະເທດຫວຽດນາມ-ໄທພວມພັດທະນາຢ່າງດີງາມໃນກວ່າເວລາໃດໝົດ. ປັດຈຸບັນຫວຽດນາມ-ໄທ ມີ17 ຄູ່ຂັ້ນທ້ອງຖິ່ນ ໄດ້ມີການລົງນາມແຮກສ່ຽວຮ່ວມມືນຳກັນ. ທ່ານນາງ ຫງວຽນທິກີມເງິນ ຖືວ່າ: ສິ່ງດັ່ງກ່າວນີ້ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງເຂດທ້ອງຖິ່ນສອງປະເທດໄດ້ຊອກຮູ້ກາລະໂອກາດການຮ່ວມມືກໍ່ຄືຊຸກຍູ້ການພົວພັນແລກປ່ຽນປະຊາຊົນ.

        ໃນວັນດຽວກັນ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ປູກຕົ້ນໄມ້ແລະຢ້ຽມຢາມອານຸສອນສະຖານປະຫວັດສາດປະທານໂຮຈີມິນທີ່ໜອງອົ້ນ (ອຸດອນທານີ), ເຊິ່ງແມ່ນບ່ອນທີ່ປະທານໂຮຈີ່ມິນມີເວລາດຳລົງຊີວິດໃນໄລຍະເຄື່ອນໄຫວການປະຕິວັດຢູ່ປະເທດໄທ.


ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມອານຸສອນສະຖານປະຫວັດສາດປະທານໂຮຈີມິນທີ່ໜອງອົ້ນ (ອຸດອນທານີ) 

ຕອນບ່າຍ ຂອງວັນດຽວກັນ ທ່ານນາງ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມກໍ່ໄດ້ໄປຢ້ຽມຢາມວັດແຄ໊ງອານ, ເຊິ່ງເປັນ1 ໃນ 21 ວັດຂອງຫວຽດນາມ ທີ່ ຕັ້ງຢູ່ປະເທດໄທ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຫຼານນ້ອຍນັກຮຽນທີ່ຮ່ຳຮຽນພາສາຫວຽດ ຢູ່ ໂຮງຮຽນແຄ໊ງອານ.

ການເຄື່ອນໄຫວ ຢູ່ແຂວງອຸດອນທານີ ແລະ ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການຂອງທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມກໍ່ໄດ້ສິ້ນສຸດລົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top