• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຍັງ ຈຽງຊູ, ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການ

      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ລູເຂົາ, ນະຄອນໜານຈິງ, ແຂວງຈຽງຊູ, ປະເທດຈີນ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດປະຊາຊົນ ຈີນ ຢ່າງເປັນທາງການ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຮອດສະໜາມບິນສາກົນ ລູເຂົາ,
ນະຄອນໜານຈິງ, ແຂວງຈຽງຊູ, ປະເທດຈີນ (ພາບ: TTXVN)
      ຕອນບ່າຍວັນທີ 08 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ລູເຂົາ, ນະຄອນໜານຈິງ, ແຂວງຈຽງຊູ, ປະເທດຈີນ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດປະຊາຊົນ ຈີນ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານ ລີຈານຊູ ກໍາມະການໃຫຍ່ຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.
        ໃນຂອບເຂດການຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະປຶກສາຫາລືກັບການນໍາຂັ້ນສູງ ຈີນ ກ່ຽວກັບບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດ, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ແລະ ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຍັງຈະເຂົ້າຮ່ວມການເຄື່ອນໄຫວ “ສັບປະດາວັດທະນະທໍາຫວຽດນາມ ຢູ່ ຈີນ ເພື່ອໂຄສະນາເຜີຍແຜ່ກ່ຽວກັບພື້ນຖານວັດທະນະທໍາທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຫວຽດນາມ ແລະ ໄມຕີຈິດມິດຕະພາບ ຫວຽດນາມ - ຈີນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທໍາ ແລະ ການພົວພັນແລກປ່ຽນປະຊາຊົນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top