• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມ ມາຣົກ, ເລີ່ມຕົ້ນການຢ້ຽມຢາມ ຝລັ່ງຢ່າງເປັນທາງການ

ວັນທີ 30 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ. 


ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ

ພາບ:vietnam+

ການຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ, ຜັນຂະຫຍາຍໝາກຜົນການຢ້ຽມຢາມ ຝລັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຫັນຖະແຫລງການຮ່ວມລະຫວ່າງການນຳຂັ້ນສູງສອງປະເທດກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາໃຫ້ປະກົດຜົນເປັນຈິງ. ການຢ້ຽມຢາມຝລັ່ງຄັ້ງນີ້ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເປັນສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ພ້ອມທັງ ຮັກສາກຳລັງຫນູນໃຫມ່ໃນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ ຜ່ານການເຄື່ອນໄຫວຫລາຍຢ່າງພວມພັດທະນາເປັນຫລາຍຮູບແບບ.

 

 ກ່ອນຫນ້ານັ້ນ, ຕອນຄ່ຳວັນທີ 29 ມີນາ ຕາມເວລາທ້ອງຖິ່ນ ຢູ່ ນະຄອນ Marrakech ລາຊະອານາຈັກ ມາຣົກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບຜູ້ວ່າການເຂດ Marrakech  ທ່ານ Karim  Kassi Lahlou. ນະທີ່ນີ້ ຜູ້ວ່າການເຂດ Marrakech ມີຄວາມປາດຖະຫນາ ໃນໄລຍະຈະມາເຖິງ ນະຄອນ Marrakech ຈະມີກາລະໂອກາດໄດ້ຮ່ວມມືກັບຫວຽດນາມ ກັບບັນດາວິສາຫະກິດຫວຽດນາມ ໃນບັນດາຂົງເຂດຊື່ງນະຄອນ ມີຄວາມສາມາດບົ່ມຊ້ອນ. ຜູ້ວ່າການເຂດ Marrakech ໃຫ້ຮູ້ວ່າ: ເຖິງວ່າຍັງບໍ່ທັນໄດ້ໄປຢ້ຽມຢາມນະຄອນ ເຫ້ວ ກໍ່ຕາມ ແຕ່ຜ່ານການແນະນຳທ່ານກໍ່ວາດພາບໄດ້ບັນດາຈຸດຄ້າຍຄືກັນຂອງນະຄອນ ເຫ້ວ ກັບນະຄອນ Marrakech ພ້ອມທັງຢາກຊອກຮູ້ ແລະ ແຮກສ່ຽວກັບນະຄອນ ເຫ້ວຂອງຫວຽດນາມໃນໄລຍະໄວທີ່ສຸດ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top