• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ

      ວັນທີ 23 ພະຈິກ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Wong Sio Ping ເອກອັກຄະລັດຖະທູດ ສິງກະໂປ ປະຈຳຫວຽດນາມ ເພື່ອແນໃສ່ແລກປ່ຽນບາງເນື້ອໃນກ່ອນການໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແຕ່ວັນທີ 26 – 28 ພະຈິກ.

ທ່ານນາງປະທານສະພາແຫ່ງຊາດ  ຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ
ທ່ານນາງ Catherine Wong Sio Ping
      ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະ ອີກຄັ້ງຫນຶ່ງຢືນຢັນຄວາມເອົາໃຈໃສ່ກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມສຳລັບບັນດາປະເທດເພື່ອນມິດໃນກຸ່ມ ອາຊຽນ, ໃນນັ້ນ ມີສິງກະໂປ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ: ການຢ້ຽມຢາມຈະແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດມີກາລະໂອກາດຕື່ມອີກເພື່ອຮ່ວມມື, ລົງທຶນ, ທຳມາຫາກິນ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃນໄລຍະຈະມາເຖິງ.  ສ່ວນ ທ່ານນາງ Catherine Wong Sio Ping ເອກອັກຄະລັດຖະທູດ ສິງກະໂປ ໄດ້ຢືນຢັນວ່າ: ການຢ້ຽມຢາມແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງຄວາມປາດຖະຫນາໃນການຊຸກຍູ້, ເພີ່ມທະວີການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກກວ້າງຂວາງລະຫວ່າງສອງປະເທດ ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top