• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງນາຍົກລັດຖະມົນຕີ Sheikh Hasina, ເຊື່ອໝັ້ນຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ບັນກະລາເທດ ຈະນຳມາເຊິ່ງໝາກຜົນແທດຈິງຫຼາຍຢ່າງ

ທ່ານນາງນາຍົກລັດຖະມົນຕີ Sheikh Hasina ຢືນຢັນນ້ຳໃຈເພື່ອນມິດ, ໄມຕີຈິດມິດຕະພາບ ຫວຽດນາມ - ບັງກະລາເທດ ໄດ້ຜ່ານຜ່າໄລຍະປະຫວັດສາດຫຼາຍຢ່າງ ຈະສືບຕໍ່ໄດ້ຮັບການປັບປຸງຢ່າງແໜ້ນແຟ້ນ.
ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງເກືອງ ອວຍພອນທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina (ພາບ: TTXVN)

ວັນທີ 09 ມັງກອນ, ຢູ່ນະຄອນຫຼວງ Draka, ປະເທດ ບັງກະລາເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ຫງວຽນແມ້ງເກືອງ ໄດ້ເຂົ້າອວຍພອນທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina, ເນື່ອງໃນໂອກາດລັດຖະບານ ບັງກະລາເທດ ຈັດການເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທີ 12 ບັນລຸຜົນສຳເລັດໃນວັນທີ 07 ມັງກອນ ແລະ ພັກສະຫະພັນປະຊາຊົນ (AL) ໂດຍທ່ານນາງ Sheikh Hasina ເປັນປະທານຍາດໄດ້ໄຊຊະນະ.  

ທີ່ການຕ້ອນຮັບ, ທ່ານນາງນາຍົກລັດຖະມົນຕີ Sheikh Hasina ຢືນຢັນນ້ຳໃຈເພື່ອນມິດ, ໄມຕີຈິດມິດຕະພາບ ຫວຽດນາມ - ບັງກະລາເທດ ໄດ້ຜ່ານຜ່າໄລຍະປະຫວັດສາດຫຼາຍຢ່າງ ຈະສືບຕໍ່ໄດ້ຮັບການປັບປຸງຢ່າງແໜ້ນແຟ້ນ, ນຳມາເຊິ່ງໝາກຜົນແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນ 2 ປະເທດ. ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນແມ້ງເກືອງ ເນັ້ນໜັກວ່າ, ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ບັງກະລາເທດ ພວມນັບມື້ນັບພັດທະນາຢ່າງດີງາມ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ. ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມືໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຫວັງວ່າ ທ່ານນາງນາຍົກລັດຖະມົນຕີ Sheikh Hasina ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ເລື່ອງເປີດສາຍການບິນໂດຍກົງ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວດ້ານການຄ້າ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top