• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2018 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ

      ຄຳຖາມທີ່ວາງອອກແມ່ນ ເຮັດແນວໃດເພື່ອໃຫ້ກຸ່ມບໍລິສັດຢູ່ພາຍໃນປະເທດ ເຂົ້າມາລົງທຶນຢ່າງແຮງ; ເຮັດແນວໃດ ເພື່ອໃຫ່ເງີນລົງທຶນຂອງບັນດາກຸ່ມບໍລິສັດນານາຊາດ ເຂົ້າມາລົງທຶນຢູ່ ຫວຽດນາມໃນເວລາທີ່ໂລກພວມມີການປ່ຽນແປງຫຼາຍຢ່າງ?
            ກ່າວຄຳເຫັນທີ່ກອງປະຊຸມ ສະຫຼຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ໃນຕອນເຊັ້າວັນທີ 17 ມັງກອນ, ທ່ານນາກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຝຸກ ຕີລາຄາສູງ ຂະແໜງໄດ້ຈັດຕັ້ງຜັນຂະຫຍາຍ 9 ໝວດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຊ່ວຍປີ 2018 ບັນລຸໄດ້ໝາກຜົນຢ່າງຮອບດ້ານ ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕຂອງປະເທດຊາດ.

ທ່ານນາກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2018
ຂອງຂະແໜງອຸດສາຫະກຳ ແລະ ການຄ້າ (ພາບ: TTXVN)
      ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາກລັດຖະມົນຕີ ຕັ້ງບັນຫາ:
            ໃນສະພາບການປັດຈຸບັນ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊີ່ງກວ້າງຂວາງ, ເລື່ອງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງພື້ນຖານເສດຖະກິດ ແມ່ນທິດເດີນສຳຄັນທີ່ສຸດໃນການພັດທະນາ ດ້ວຍລະບົບທົ່ວຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ສະນັ້ນ, ຄຳຖາມທີ່ວາງອອກແມ່ນ ເຮັດແນວໃດເພື່ອໃຫ້ກຸ່ມບໍລິສັດຢູ່ພາຍໃນປະເທດ ເຂົ້າມາລົງທຶນຢ່າງແຮງ; ເຮັດແນວໃດ ເພື່ອໃຫ່ເງີນລົງທຶນຂອງບັນດາກຸ່ມບໍລິສັດນານາຊາດ ເຂົ້າມາລົງທຶນຢູ່ ຫວຽດນາມໃນເວລາທີ່ໂລກພວມມີການປ່ຽນແປງຫຼາຍຢ່າງ? ບັນດາຄຳຖາມນັ້ນ ພວກເຮົາຄວນມີການຄົ້ນຄິດ, ກຳນົດທິດແກ້ໄຂ. ສະນັ້ນ, ເພື່ອປະຕິບັດຍຸດທະສາດພັດທະນາຂະແໜງ ໄລຍະຮອດປີ 2030, ວະໄສທັດຮອດປີ 2045 ນັ້ນ, ນັບແຕ່ດຽວນີ້ເປັນຕົ້ນໄປ ຕ້ອງມີບັນດາບາດກ້າວເດີນສຳຄັນ ເພື່ອຊຸກຍູ້ການພັດທະນາ. ຫວຽດນາມ ຈະເປັນເສືອ, ຈະເປັນມັງກອນ ຫຼືບໍ່ນັ້ນ ແມ່ນຂຶ້ນກັບການບຸກທະລຸຂອງຂະແໜງອຸດສາຫະກຳ ແລະ ການຄ້າ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top