• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວ​ໂລກ​ຢັ້ງ​ຢ​ືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ​ຈຳ​ນວນ 6,15 ລ້ານ​ຄົນ

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງ 30 ນາທີ ຂອງວັນທີ 31 ພຶດສະພາ (ຕາມເວລາ ຫວຽດນາມ), ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກ ແມ່ນ 6.153.407 ກໍລະນີ, ໃນນັ້ນມີ 370.871 ກໍລະນີເສຍຊີວິດ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 2.734.556 ກໍລະນີ.

ອາເມລິກາ ຍັງຄົງແມ່ນປະເທດຢັ້ງຢືນມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.816.820 ກໍລະນີ ແລະ ຜູ້ເສຍຊີວິດແມ່ນ 105.557 ກໍລະນີ. ສ່ວນອັງກິດ, ມີຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອໂຄວິດ - 19 ແມ່ນຫຼາຍອັນດັບທີ 2  ດ້ວຍຈຳນວນ 38.376 ຄົນເສຍຊີວິດ.  ໃນຂະນະນັ້ນ, ບຣາຊີນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍອັນດັບທີ 2 ໃນໂລກ, ດ້ວຍຈຳນວນ 498.440 ກໍລະນີ.

        ຢູ່ພາກພື້ນ ອາເມລິກາ ລາຕິນ, ກະຊວງສາທາລະນະສຸກ ເມກຊີກໂກ  ໄດ້ປະກາດວ່າ ຈຳນວນຜູ້ຕິດເຊື້ອໄດ້ຂຶ້ນເຖິງ 87.512 ກໍລະນີ, ໃນນັ້ນມີ 9.779 ກໍລະນີເສຍຊີວິດ. ໃນນັ້ນ, ຈຳນວນຜູ້ຕິດເຊື້ອຢູ່ Panama, Costa Rica, Honduras, Guatemala  ແລະ El Salvador ໄດ້ຂຶ້ນເຖິງ 25.953 ກໍລະນີ, ດ້ວຍຈຳນວນ 673 ກໍລະນີເສຍຊີວິດ.

ຢູ່ເອີຣົບ, ໃນ 24 ຊົ່ວໂມງທີ່ຜ່ານມາ,  ອີຕາລີ ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອແມ່ນ 416 ກໍລະນີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 232.664 ກໍລະນີ, ໃນນັ້ນ ຈຳນວນຜູ້ເສຍຊີວິດແມ່ນ 33.340 ກໍລະນີ.

        ຢູ່ພາກພື້ນຕາເວັນອອກກາງ ແລະ ອາຟະລິກາ, ກະຊວງສາທາລະນະສຸກ Qatar ໄດ້ປະກາດວ່າມີຜູ້ຕິດເຊື້ອໃໝ່ຕື່ມອີກ  2.355 ກໍລະນີໃນ 24 ຊົ່ວໂມງທີ່ຜ່ານມາ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດຢູ່ປະເທດນີ້ຂຶ້ນເຖິງ 55.262 ກໍລະນີ. ສ່ວນຢູ່ ເອຢິບ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.367 ກໍລະນີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຂຶ້ນເຖິງ 23.449 ກໍລະນີ, ມີຜູ້ເສຍຊີວິດ 913 ຄົນ. ໃນຂະນະນັ້ນ, ອາຟະລິກາໃຕ້ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.727 ກໍລະນີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 30.967 ກໍລະນີ, ໃນນັ້ນ ມີ 643 ກໍລະນີເສຍຊີວິດ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top