• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ກ່ວາ 154.000 ຄົນ

      -     ໄລ່ຮອດວັນທີ 17 ເມສາ, ອິນໂດເນເຊຍ ມີຜູ້ຕິດເຊື້ອໂຄວິດ-19 5.923 ຄົນ, ໃນນັ້ນມີຜູ້ເສຍຊີວິດ 520 ຄົນ ລື່ນກາຍປະເທດ ຟີລິບປີນ ແລະ ກາຍເປັນປະເທດມີຜູ້ຕິດເຊື້ອໂຄວິດ-19 ຫລາຍສຸດ ອາຊຽນ.

 (ພາບບະກອບ / REUTERS)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງ 00 ນາທີ ໃນວັນທີ 18 ເມສາ, ຍອດຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ໃນທົ່ວໂລກແມ່ນກ່ວາ 2.250.000 ຄົນ, ໃນນັ້ນ ມີ 154.241 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄວ້ນ. ຈຳນວນຜູ້ປົວຫາຍດີເປັນປົກກະຕິແມ່ນ 571.577 ຄົນ. ອາເມລິກາ ຍັງແມ່ນຈຸດໃຈກາງໂລກລະບາດຂອງໂລກ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 710.000 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 37.000 ຄົນ. ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 191.000 ຄົນ ແລະ ຜູ້ເສຍຊີວິດກ່ວາ 20.000 ຄົນ, ອີຕາລີ ມີຜູ້ຕິດເຊື້ອເກືອບ 172.500 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 22.700 ຄົນ, ຝຣັ່ງ ມີຜູ້ຕິດເຊື້ອ 148.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 18.700 ຄົນ ແລະ ເຢຍລະມັນ ມີຜູ້ຕິດເຊື້ອເກືອບ 141.400 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.300 ຄົນ.
        ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນກ່ຽວກັບການຜັນແປຢ່າງວ່ອງໄວຂອງໂລກລະບາດໂຄວິດ-19 ຢູ່ ອາຟຣີກາ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ຊີ້ແຈ້ງວ່າ ໃນອາທິດຜ່ານມາ, ອາຟຣີກາ ໄດ້ຢັ້ງຢືນວ່າ ຜູ້ຕິດເຊື້ອໃໝ່ໄດ້ເພີ່ມຂຶ້ນ 50% ແລະ ຈຳນວນຜູ້ເສຍຊີວິດກໍ່ເພີ່ມຂຶ້ນ 60%.
        ໄລ່ຮອດວັນທີ 17 ເມສາ, ອິນໂດເນເຊຍ ມີຜູ້ຕິດເຊື້ອໂຄວິດ-19 5.923 ຄົນ, ໃນນັ້ນມີຜູ້ເສຍຊີວິດ 520 ຄົນ ລື່ນກາຍປະເທດ ຟີລິບປີນ ແລະ ກາຍເປັນປະເທດມີຜູ້ຕິດເຊື້ອໂຄວິດ-19 ຫລາຍສຸດ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top