• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 335 ລ້ານຄົນ

      ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 335 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,57 ລ້ານຄົນ.
ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19
(ພາບປະກອບ: THX/TTXVN)
      ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 19 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 335 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,57 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອເກືອບ 68,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 877.000 ຄົນ. ນັບແຕ່ກາງເດືອນ ພະຈິກ 2021 ມາຮອດປະຈຸບັນ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຢູ່ ອາເມລິກາ ໄດ້ເພີ່ມຂຶ້ນຢ່າງລຽນຕິດປະມານ 1.700 ຄົນ/ອາທິດ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19, ພິເສດແມ່ນໄວຣັດສາຍພັນ Omicron ເພີ່ມຂຶ້ນສູງຢູ່ຫຼາຍລັດ ແລະ ຜູ້ມີພະຍາດຕິດໂຕມີອາການເຈັບໜັກກວ່າ.
        ໃນວັນດຽວກັນ, ກອງທຶນ Bill & Melinda Gates ແລະ ອົງການເຄື່ອນໄຫວໃນຂົງເຂດການແພດຊີວະເພື່ອການກຸສົນ ຂອງ ອັງກິດ Wellcome ໄດ້ໃຫ້ຄຳໝັ້ນສັນຍາ ແຕ່ລະຝ່າຍຈະປະກອບເງິນ 150 ລ້ານ USD ເພື່ອຮັບມືກັບໂລກລະບາດໂຄວິດ -19 ກໍຄືເພື່ອປ້ອງກັນ, ສະກັດກັ້ນໂລກລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດ.
        ຈຳນວນເງິນປະກອບ 300 ລ້ານ USD ຂອງກອງທຶນ Gates ແລະ ອົງການຈັດຕັ້ງ Wellcome ພຽງແຕ່ແມ່ນຈຳນວນໜ້ອຍ ເມື່ອທຽບໃສ່ຈຳນວນເງິນ 3,5 ຕື້ USD ເຊິ່ງ CEPI ລະດົມໃຫ້ແກ່ແຜນການກະທຳໃໝ່ໃນຮອບເວລາ 5 ປີ.
(ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top