• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກປະເທດ ຕ້ອງເຄົາລົບກົດໝາຍສາກົນ, ຮັກສາສັນຕິພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ

ຕອນເຊົ້າວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມສໍາມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11 ດ້ວຍຫົວຂໍ້ “ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາຢູ່ພາກພື້ນ” ໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍການຄົ້ນຄວ້າທະເລຕາເວັນອອກ ແລະ ສະມາຄົມທະນາຍຄວາມຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

ກອງປະຊຸມສໍາມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11 (ພາບ: TTXVN) 

ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ແທນປະມານ 250 ທ່ານ ເຊິ່ງລວມມີ ເຈົ້າໜ້າທີ່, ນັກຮຽນຮູ້ ແລະ ບັນດານັການທູດ.

        ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສໍາມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມຫວຽດນາມ ເລຮວ່າຍຈູງ ກ່າວວ່າ:

        “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມືຢູ່ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນຜົນປະໂຫຍດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງປະຊາຄົມສາກົນ. ເຮັດແນວໃດ ເພື່ອຮັບປະກັນລັກສະນະປະສິດທິຜົນຂອງ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ເວົ້າສະເພາະ ແລະ ເຄົາລົບກົດໝາຍ ເວົ້າລວມ. ດ້ວຍຖານະບົດບາດເປັນປະທານ ອາຊຽນ ໃນປີ 2020, ຫວຽດນາມ ຫວັງວ່າ ຈະພ້ອມກັບບັນດາຄູ່ຮ່ວມມື ຊຸກຍູ້ການຍົກສູງປະສິດທິຜົນການຮ່ວມມືຂອງ ອາຂຽນ ເພື່ອແກ້ໄຂບັນດາສິ່່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ທະເລ”.

        ໃນມື້ທໍາອິດຂອງກອງປະຊຸມສໍາມະນາ ໄດ້ດໍາເນີນບັນດາວາລະປຶກສາຫາລື ດ້ວຍບັນດາຫົວຂໍ້ຄື “ສະພາບການປັດຈຸບັນຂອງທະເລຕາເວັນອອກ: ໄພນາບຂູ່, ຄວາມສ່ຽງ ແລະ ກາລະໂອກາດ”; “ທະເລຕາເວັນອອກໃນຍຸດທະສາດຂອງບັນດາປະເທດມະຫາອໍານາດ”; “ທະເລຕາເວັນອອກໃນບັນດາເວທີປາໄສຫຼາຍຝ່າຍ”. ນະທີ່ນີ້, ບັນດາຜູ້ແທນຕ່າງກໍເນັ້ນໜັກເຖິງຄວາມຈໍາເປັນຕ້ອງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ທະເລຕາເວັນອອກ ໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນ ກົດໝາຍວ່າດ້ວຍທະເລ ຕ້ອງແມ່ນພື້ນຖານນິຕິກໍາສໍາຄັນແຖວໜ້າ ເຊິ່ງບັນດາປະເທດຕ້ອງປະຕິບັດ. ທ່ານສາດສະດາຈານ - ປະລິນຍາເອກ ຫງວຽນຫວູຕຸ່ງ, ຜູ້ອໍານວຍການສະຖາບັນການຕ່າງປະເທດ ຖືວ່າ:

        “ປັດຈຸບັນ, ກົດໝາຍວ່າດ້ວຍທະເລ ບໍ່ແມ່ນບັນດາເອກະສານທີ່ເປັນນາມມະທໍາອີກແລ້ວ. ຜ່ານເຫດການຂອງ ຟີລິບປິນ, ກົດໝາຍວ່າດ້ວນທະເລ ໄດ້ອະທິບາຍຢ່າງຈະແຈ້ງ. ບັນດາປະເທດ ກໍມີບັນດາຫຼັກຖານທາງນິຕິທໍາຢ່າງຈະແຈ້ງ ເພື່ອດໍາເນີນບັນດາການກະທໍາ ແນໃສ່ປົກປ້ອງສິດ, ຜົນປະໂຫຍດຂອງປະເທດຕົນ ກໍຄື ເພື່ອການຮ່ວມມືໃນພາກພື້ນ. ໃນນັ້ນ, ການເຈລະຈາ COC ກໍແມ່ນບາດກ້າວພັດທະນາໃໝ່ ເພື່ອໃຫ້ບັນດາປະເທດມີມາດຕະການຮ່ວມມືນໍາກັນຫຼາຍກວ່າເກົ່າ”. 

(ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top