ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).
ກອງປະຊຸມສະພາແຫ່ງຊາດ (ພາບ: ສະພາແຫ່ງຊາດ)
ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວອກ, ໂປ່ງໃສກ່ວາ, ຫັນມະຕິຂອງພັກ ແລະ ລັດກາຍເປັນລະບອບລະບຽບການ, ດ້ວຍເປົ້າໝາຍຫຼັກແຫຼ່ງແມ່ນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບລະບອບລະບຽບການກົດໝາຍຢ່າງທັນການ, ຫຼຸດຜ່ອນ, ຫັນການປະຕິບັດລະບຽບການໃນການລົງທຶນດຳເນີນທຸລະກິດເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ມີຜູ້ມີສິດເລືອກຕັ້ງຫຼາຍຄົນມີຄວາມເຫັນດີເຫັນພ້ອມຢູ່ລະດັບສູງ ຕໍ່ການຫຼຸດຜ່ອນ ແລະ ຫັນບັນດາເງື່ອນໄຂລົງທຶນດຳເນີນທຸລະກິດເປັນງ່າຍດາຍທີ່ສຸດ. ທ່ານນາງ ເຕົ່າມິງເຫ້ວ, ນະຄອນໂຮ່ຈີມິນ ສະແດງວ່າ:
ກົດໝາຍໄດ້ລຸດຜ່ອນການຊັບຊ້ອນກັນຫຼາຍພໍສົມຄວນ ລະຫວ່າງກົດໝາຍສະບັບຕ່າງໆ, ຍົກຕົວຢ່າງຄື ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການກໍ່ສ້າງ, ກົດໝາຍວ່າດ້ວຍສິ່ງແວດລ້ອມ. ກົດໝາຍຍັງມີຈຸດໃໝ່ຫຼາຍຢ່າງ ແລະ ຕາມຂ້າພະເຈົ້ານີ້ແມ່ນບາດກ້າວເພື່ອໃຫ້ພວກເຮົາອາດຈະພັດທະນາການລົງທຶນໃຫ້ຫຼາຍກ່ວາອີກ.
(ແຫຼ່ງຄັດຈາກ VOV)