ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ຊຸກຍູ້ການແກ້ໄຂສັນຕິພາບ ແລະ ບັນດາການປະທະກັນໃນໂລກ; ພ້ອມທັງຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ເປັນຂົວເຊື່ອມຕໍ່ສັນຕິພາບ ເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາໃນພາກພື້ນ ແລະ ສາກົນ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth (ພາບ: TTXVN)
ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ທ່ານປາດຖະໜາຢາກ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍຢ່າງເລິກເຊິ່ງກວ້າງຂວາງໃນບັນດາຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ຊຸກຍູ້ການແກ້ໄຂສັນຕິພາບ ແລະ ບັນດາການປະທະກັນໃນໂລກ; ພ້ອມທັງຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ເປັນຂົວເຊື່ອມຕໍ່ສັນຕິພາບ ເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາໃນພາກພື້ນ ແລະ ສາກົນ. ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງ ໝາກຜົນຂອງການສົນທະນາລະຫວ່າງ ທ່ານລັດຖະມົນຕີ Pete Hegseth ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ, ຢັ້ງຢືນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ ແລະ ພວມກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ.
ສ່ວນທ່ານລັດຖະມົນຕີ Pete Hegseth ເນັ້ນໜັກວ່າ ອາເມລິກາຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ. ອາເມລິກາ ປາດຖະໜາຢາກ ເພີ່ມທະວີການຮ່ວມມືຢູ່ລະດັບຍຸດທະສາດທັງສອງຝ່າຍ ແລະ ພາກພື້ນ, ເປັນຕົ້ນແມ່ນບັນດາຂົງເຂດປ້ອງກັນຕ້ານອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງໃນການເດີນ, ໜູນຊ່ວຍມະນຸດສະທຳ, ບຳລຸງສ້າງນາຍທະຫານ, ປົກປັກຮັກສາສັນຕິພາບ ສປຊ ແລະ ຮັບມືກັບການໄພພິບັດທຳມະຊາດ.
ແລະກໍ່ໃນວັນດຽວກກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງກການ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ນັບມື້ນັບ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)