• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອັງ​ກິດ ຍູ້​ແຮງ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີໃຫ້ສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ສືບຕໍ່ເຊື່ອມຕໍ່ກັບເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານ ຫວຽດນາມ ໃນທົ່ວໂລກຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ ເຊິ່ງ ອັງກິດ ອາດຈະມີທ່າແຮງ, ເຊັ່ນ: AI, ທາດເຄິ່ງຊັກນຳໄຟຟ້າ, ກວນເຕີມ, ພະລັງງານທົດແທນ, ຮຸ່ນຍົນ,…
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: VGP)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ແຕ່ວັນທີ 29 ຕຸລາ ຫາວັນທີ 1 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ເຂົ້າຮ່ວມເວທີປາໄສ “ຊຸກຍູ້ນະວັດຕະກຳ, ພັດທະນາບັນດາຂະແໜງການເຕັກໂນໂລຢີຍຸດທະສາດຢູ່ ຫວຽດນາມ: ປະສົບການຈາກລາຊະອານາຈັກ ອັງກິດ”, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ວິສະວວະກອນຫວຽດນາມທີ່ພວມຮຽນຢູ່ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງ ອັງກິດ ແລະ ອຽກລັງເໜືອ ປະມານ 100 ທ່ານ.

ໃນເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີໃຫ້ສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ສືບຕໍ່ເຊື່ອມຕໍ່ກັບເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານ ຫວຽດນາມ ໃນທົ່ວໂລກຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ ເຊິ່ງ ອັງກິດ ອາດຈະມີທ່າແຮງ, ເຊັ່ນ: AI, ທາດເຄິ່ງຊັກນຳໄຟຟ້າ, ກວນເຕີມ, ພະລັງງານທົດແທນ, ຮຸ່ນຍົນ,…

        ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ປັນຍາຊົນ ຫວຽດນາມ ຢູ່ ອັງກິດ, ຍູ້ແຮງການແລກປ່ຽນທິດສະດີ, ໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ໜູນຊ່ວຍ ຫວຽດນາມ ສ້າງລະບົບນິເວດນະວັດຕະກຳແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ກຽມພ້ອມສ້າງສະພາບແວດລ້ອມສະດວກທີ່ສຸດເພື່ອໃຫ້ບັນດານັກຊ່ຽວຊານ, ປັນຍາຊົນເສີມຂະຫຍາຍກຳລັງຄວາມສາມາດໄດ້ຢ່າງສຸດຂີດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top