ງານວາງສະແດງພາບຖ່າຍ “ມຽນເຈິບ” ແມ່ນງານວາງສະແດງເປັນກຸ່ມ ໂດຍ A Space ສະເໜີ ແລະ ພາຍໃຕ້ການຄຸ້ມຄອງຂອງນັກຖ່າຍຮູບ ດັ້ງຖຸຍແອັງ ແລະ ນັກຖ່າຍຮູບ ເວິນໂດ້.
ພິທີໄຂງານວາງສະແດງ “ການສຳເນົາ ແລະ ຫຼັງການສຳເນົາ” (ພາບ: ຄະນະຈັດຕັ້ງ)
ງານວາງສະແດງພາບຖ່າຍສອງງານ “ມຽນເຈິບ” ແລະ “ການສຳເນົາ ແລະ ຫຼັງການສຳເນົາ” ໄດ້ໄຂຂຶ້ນໃນວັນທີ 2 ພະຈິກ, ຢູ່ສູນສິລະປະຍຸກປັດຈຸບັນ Vincom ຢູ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນບັນດາງານວາງສະແດງໃນຂອບເຂດເຫດການ Photo Hanoi’ 25 – Biennale ພາບຖ່າຍສາກົນລະດູທີ 3.
ງານວາງສະແດງພາບຖ່າຍ “ມຽນເຈິບ” ແມ່ນງານວາງສະແດງເປັນກຸ່ມ ໂດຍ A Space ສະເໜີ ແລະ ພາຍໃຕ້ການຄຸ້ມຄອງຂອງນັກຖ່າຍຮູບ ດັ້ງຖຸຍແອັງ ແລະ ນັກຖ່າຍຮູບ ເວິນໂດ້. ງານວາງສະແດງໄດ້ແນະນຳວິວັດການຊອກຮູ້ກ່ຽວກັບການປະສົມປະສານລະຫວ່າງພາບຖ່າຍ ແລະ ການສະແດງ. ງານວາງສະແດງ ເຮັດໃຫ້ ຜູ້ຊົມ ຕ້ອງຄົ້ນຄິດກ່ຽວກັບເລື່ອງ ຖ່າຍຮູບອາດສາມາດສ້າງໂຄງປະກອບການສະແດງຄືນໃໝ່ ແລະ ເປີດຄວາມສາມາດຮັບຊົມສິລະປະໃໝ່ ຢູ່ນອກພາບຖ່າຍ.
ໃນຂະນະນັ້ນ, ງານວາງສະແດງ ພາບຖ່າຍ “ການສຳເນົາ ແລະ ຫຼັງການສຳເນົາ” ແມ່ນງານວາງສະແດງຄົ້ນຫານິຍາມຂອງການສຳເນົາ ແລະ ຫຼັງການສຳເນົາ ຜ່ານພາບຖ່າຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງເຊື່ອມຕໍ່ບັນດານັກສິລະປິນ ຫວຽດນາມ ກັບ ກາຣີໂບ. ສອງງານວາງສະແດງໄດ້ເປີດປະຕູຕ້ອນຮັບປະຊາຊົນເຂົ້າຊົມ ແຕ່ວັນທີ 2 ພະຈິກ ຫາວັນທີ 20 ພະຈິກ 2025.
(ແຫຼ່ງຄັດຈາກ VOV)