• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຶນ FDI ເຂົ້າມາ ຫວຽດນາມ ເພີ່ມຂຶ້ນເກືອບ 40%

ຈຳນວນໂຄງການລົງທຶນໃໝ່, ຈຳນວນໂຄງການດັດປັບທຶນ ແລະ ຈຳນວນການແລກປ່ຽນຮ່ວມທຶນ, ຊື້ຫຸ້ນສ່ວນ ລ້ວນແຕ່ເພີ່ມຂຶ້ນ

ມີ 81 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ ໃນ 4 ເດືອນຕົ້ນປີ 2025 (ພາບປະກອບ: TTXVN)

ຕົວເລກຫຼ້າສຸດຂອງກົມການລົງທຶນຕ່າງປະເທດ (ກະຊວງການເງິນ ຫວຽດນາມ) ປະກາດໃຫ້ຮູ້ວ່າ ໄລ່ຮອດວັນທີ 30 ເມສາ, ຍອດເງິນລົງທຶນຈົດທະບຽນເຂົ້າ ຫວຽດນາມ ບັນລຸກວ່າ 13,8 ຕື້ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈຳນວນໂຄງການລົງທຶນໃໝ່, ຈຳນວນໂຄງການດັດປັບທຶນ ແລະ ຈຳນວນການແລກປ່ຽນຮ່ວມທຶນ, ຊື້ຫຸ້ນສ່ວນລ້ວນແຕ່ເພີ່ມຂຶ້ນ ເຊິ່ງເປັນການຊີ້ໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດທີ່ມີຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ພາຍໃນປະເທດສືບຕໍ່ໄດ້ຮັບການປັບປຸງ.

ປະຈຸບັນ, ມີ 81 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ ໃນ 4 ເດືອນຕົ້ນປີ 2025; ໃນນັ້ນ, ສິງກະໂປ ໄດ້ນຳໜ້າດ້ວຍຍອດເງິນລົງທຶນກວ່າ 3,2 ຕື້ USD; ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ຮົ່ງກົງ (ຈີນ)… ຕາມລຳດັບ. ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນຢູ່ 18/21 ຂະແໜງ, ຢູ່ 51 ແຂວງ, ນະຄອນໃນທົ່ວປະເທດ. ບັກນິງ ແມ່ນທ້ອງຖິ່ນນຳໜ້າ, ຖັດຈາກນັ້ນແມ່ນ ດົ່ງນາຍ, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ບ່າເຣີຍ - ວູງເຕົ່າ, ຮ່ານາມ… ຕາມລຳດັບ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ວັນ​ທີ 15 ເມ​ສາ, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ກ່າວ​ເຕືອນ​ຈະ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ສືບ​ຕໍ່​ຊື້​ນ້ຳ​ມັນ​ຈາກ ອີ​ຣານ, ໃນ​ສະ​ພາບ​ການ ວໍ​ຊິງ​ຕັນ ຜັນ​ຂະ​ຫຍາຍ​ການ​ປິດ​ລ້ອມ​ການ​ເດີນ​ເຮືອ​ເລັ່ງ​ໃສ່ ເຕ​ເຮ​ຣານ.

Top