• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທີ່ປຶກສາແຫ່ງລັດ ມຽນມາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      ໃນຂອບເຂດການຢ້ຽມຢາມ, ທ່ານນາງ San Suu Kyi, ທີ່ປຶກສາແຫ່ງລັດມຽນມາ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ...

ພິທີຕ້ອນຮັບທ່ານນາງທີ່ປຶກສາແຫ່ງລັດ ມຽນມາ 
      ຕອນບ່າຍວັນທີ 20 ເມສາ, ທ່ານນາງ San Suu Kyi, ທີ່ປຶກສາແຫ່ງລັດ ແລະ ຄະນະຜູ້ແທນຂັ້ນສູງ ມຽນມາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19 - 20 ເມສາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງຈົບງາມ.
        ໃນຂອບເຂດການຢ້ຽມຢາມ, ທ່ານນາງ San Suu Kyi, ທີ່ປຶກສາແຫ່ງລັດມຽນມາ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ; ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ມຽນມາ. ເນື່ອງໃນໂອກາດນີ້, ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ ໄດ້ໄປວາງພວງມາລາຢູ່ອະນຸສາວາລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຢ້ຽມຢາມເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ.
        ຜ່ານການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດ ຜ່ານການຍູ້ແຮງບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ແລະ ທຸກຂັ້ນນັບທັງຝ່າຍພັກ, ລັດຖະບານ, ສະພາແຫ່ງຊາດ, ພົວພັນແລກປ່ຽນປະຊາຊົນ; ຊຸກຍູ້ແຮງການຈັດຕັ້ງກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມ ຫວຽດນາມ - ມຽນມາ. ພ້ອມກັນນັ້ນ, 2 ຝ່າຍກໍ່ໄດ້ຮັບຮອງເອົາແຜນການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ ໄລຍະ 2018 – 2023 ໂດຍໄວ, ເພື່ອເປັນພື້ນຖານຜັນຂະຫຍາຍບັນດາຂົງເຂດຮ່ວມມືລະຫວ່າງ 2 ຝ່າຍຢ່າງແທດຈິງ ແລະ ມີປະສິດທິຜົນ.
        2 ຝ່າຍໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນການຄ້າ - ການລົງທຶນບົນພື້ນຖານທັງ 2 ຝ່າຍພ້ອມກັນມີຜົນປະໂຫຍດ; ຢັ້ງຢືນເພີ່ມທະວີການຮ່ວມມື ແລະ ຊອກຫາບັນດາວິທີການໃໝ່ ເພື່ອແນໃສ່ບັນລຸຄາດໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 1 ຕື້ USD ແລະ ສູງກ່ວາອີກໂດຍໄວ.
        2 ຝ່າຍປາດຖະໜາຢາກສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືສຳຄັນອື່ນໆເຊິ່ງລວມມີ: ການເງິນ, ໂທລະຄົມມະນາຄົມ, ພະລັງງານ, ກະສິກຳ - ປ່າໄມ້ - ສິນໃນນ້ຳ, ພົວພັນແລກປ່ຽນປະຊາຊົນ.
        ຫວຽດນາມ ແລະ ມຽນມາ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ໃຫ້ຄຳໝັ້ນສັນຍາສົມທົບກັນແໜ້ນແຟ້ນເພື່ອແນໃສ່ສ້າງປະຊາຄົມ ອາຊຽນ ມີບົດບາດໃຈກາງໃນໂຄງປະກອບຄວາມໝັ້ນຄົງພາກພື້ນ; ເພີ່ມທະວີການຮ່ວມມືນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງໃຫ້ຍືນຍົງ ແລະ ມີປະສິດທິຜົນ… 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດຢູ່ທະເລຕາເວັນອອກໂດຍໄວ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top