• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທັບມ້າງທຸກຖ້ອຍທຳນອງເສກສັນປັ້ນແຕ່ງຕໍ່ກິດຈະການປ້ອງກັນ, ຕ້ານໂລກລະລາດໂຄວິດ - 19

      ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ຫວຽດນາມພວມກ້າວເຂົ້າສູ່ໄລຍະປະສົບກັບຄວາມຫຍຸ້ງຍາກສິ່ງທ້າທາຍທີ່ສຸດອຳນາດການປົກຄອງທຸກຂັ້ນບັນດາກຳລັງເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດໂດຍກົງແລະປະຊາຊົນທຸກຊັ້ນວັນນະກໍ່ພວມມານະພະຍາຍາມທັງເວັນແລະຄືນເພື່ອຄວບຄຸມໂລກລະບາດໂຄວິດ - 19. ໃນຂະນະທີ່ບັ້ນຕໍ່ສູ້ທີ່ຕ້ອງການການຮ່ວມແຮງຮ່ວມໃຈດັ່ງກ່າວ, ແຕ່ພັດມີບັນດາອົງການຈັດຕັ້ງສ່ວນບຸກຄົນທີ່ຍາມໃດກໍ່ຊອກຫາວິທີເສກສັນປັ້ນແຕ່ງເພື່ອແນໃສ່ທຳລາຍບັນດາໝາກຜົນໃນການປ້ອງກັນຕ້ານໂລກລະບາດຂອງພັກລັດແລະປະຊາຊົນ.
ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ: baochinhphu.vn)
      ຢູ່ແນວໜ້າຕ້ານໂລກລະບາດໂຄວິດ - 19, ກຳລັງແພດໝໍ, ກຳລັງກອງທັບ, ຕຳຫຼວດ… ພວມມານະພະຍາຍາມຊ່ວຍເຫຼືອບັນດາທ້ອງຖິ່ນຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຮັບປະກັນໃຫ້ປະຊາຊົນ “ຜູ້ໃດກໍ່ໄດ້ກິນອີ່ມນຸ່ງອຸ່ນ”, “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”. ບັນດານັກຮົບທະຫານ, ຕຳຫຼວດ, ພະນັກງານຮາກຖານ, ກຳລັງອາສາສະໝັກ ທີ່ມີໜ້າຢູ່ທຸກແຖບຖິ່ນ, ຮັບປະກັນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ທັງເວັນແລະ ຄືນ. ບັນດາສິ່ງດັ່ງກ່າວ ອີກຄັ້ງໜຶ່ງ ໄດ້ເປັນການເສີມຂະຫຍາຍມູນເຊື້ອຮັກແພງກັນ, ອຸ້ມຊູຊ່ວຍເຫລືອຊຶ່ງກັນແລະກັນ ແລະ ປັບປຸງຈິດໃຈສາມັກຄີກັນຂອງປະເທດຊາດ ຫວຽດນາມ ຕື່ມອີກ.
      ໂດຍບໍ່ຫົວຊາຕໍ່ຄວາມຈິງນີ້, ໃນສື່ສັງຄົມອອນລາຍ, ຫຼາຍຄົນໄດ້ຕັ້ງໃຈ ເສກສັນປັ້ນແຕ່ງບັນດາຮູບພາບທີ່ສວຍງາມນັ້ນ. ຊ້ຳບໍ່ໜຳ, ໄດ້ເກີດມີບັນດາບົດຂຽນເສກສັນປັ້ນແຕ່ງການເຂົ້າຮ່ວມຂອງບັນດາກຳລັງທະຫານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້. ຍິ່ງໄປກ່ວານັ້ນ, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ຢູ່ບັນດາແຂວງທາງພາກໃຕ້, ພິເສດແມ່ນຢູ່ນະຄອນໂຮ່ຈີມິນ, ເມື່ອ ລັດຖະບານ ຕັດສິນໃຈປະຕິບັດການແຍກຫ່າງສັງຄົມ ຢູ່ລະດັບສູງກ່ວາ ຢູ່ບັນດາທ້ອງຖິ່ນນີ້, ມີບາງເວັບໄຊຄື: RFA, RFI, BBC ແລະ ລະບົບສື່ມວນຊົນຢູ່ຕ່າງປະເທດ, ພວກປະຕິການ ໄດ້ລົງບັນດາບົດຂຽນຕຳໜິຕິຕຽນວິທີການ, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແລະ ຖືວ່ານັ້ນແມ່ນ ບັນດາມາດຕະການທີ່ຜິດພາດ, ບໍ່ມີວິທະຍາສາດ”. ເມື່ອເວົ້າເຖິງບັນຫາສັກວັກຊິນກັນໂຄວິດ - 19, ບັນດາເປົ້າໝາຍປໍລະປັກ ໄດ້ນຳໃຊ້ບັນດາຄຳເວົ້າທີ່ວ່າ “ອຳນາດການປົກຄອງຫຼອກລວງປະຊາຊົນໃນຍຸດທະສາດວັກຊິນ”.
      ຕາມຄວາມຈິງແລ້ວ, ຊຸມວັນທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ບັນດາຖ້ອຍທຳນອງດັ່ງກ່າວ ລ້ວນແຕ່ແນໃສ່ເສກສັນປັ້ນແຕ່ງບິດເບືອນແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ, ທຳລາຍກິດຈະກຳປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ບັນດາອິດທິກຳລັງເປັນປໍລະປັກ ກັບ ຫວຽດນາມ ໄດ້ຕັ້ງໃຈລືມວ່າ ເມື່ອໂລກລະບາດມີການຜັນແປທີ່ນັບມື້ນັບສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຈຳນວນຜູ້ຕິດເຊື້ອສືບຕໍ່ເພີ່ມຂຶ້ນຜ່ານແຕ່ລະວັນ, ຖ້າຫາກວ່າບໍ່ຕັດສິນໃຈປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ກໍ່ຈະນຳມາເຊິ່ງຜົນຮ້າຍຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ການເຂົ້າຮ່ວມຂອງກອງທັບ, ຕຳຫຼວດໄດ້ປະກອບສ່ວນຍົກສູງລັກສະນະລະບຽບວິໄນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປະຊາຊົນໄດ້ປະຕິບັດບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ດີກ່ວາເກົ່າ. ດ້ວຍບົດຮຽນ, ປະສົບການຢ່າງຫຼວງຫຼາຍຂອງຕົນ, ກຳລັງທະຫານ ໄດ້ພ້ອມກັບບັນດາກຳລັງຕ່າງໆຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ດັດສົມ ແລະ ສະໜອງທັນຍາຫານ, ອາຫານການກິນ ເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈປ້ອງກັນ, ຕ້ານໂລກລະບາດ, ເພື່ອໃຫ້ບັນດາທ້ອງຖິ່ນຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ໂດຍໄວ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.
ຕາມຄວາມຈິງແລ້ວ, ເລື່ອງນຳໃຊ້ການແຍກຫ່າງໃນສັງຄົມ ແມ່ນໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນທີ່ສຸດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19  ເຊິ່ງບັນດາປະເທດເກືອບທັງໝົດໃນໂລກໄດ້ນຳໃຊ້. ເລື່ອງສືບຕໍ່ຜັນຂະຫຍາຍສານ 5 ປະການ, ນຳໃຊ້ການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ ພ້ອມກັບຄວາມມານະພະຍາຍາມໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນໝົດທຸກຄົນໃນປັດຈຸບັນ ຍັງແມ່ນວິທີການແກ້ໄຂຕົ້ນຕໍ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດຢູ່ທຸກປະເທດໃນໂລກ. ນີ້ກໍ່ແມ່ນວິທີການທີ່ມີວິທະຍາສາດ, ຖືກຕ້ອງເຊິ່ງອຳນາດການປົກຄອງທຸກຂັ້ນໄດ້ປະຕິບັດຢ່າງຂ້ຽວຂາດ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ຜ່ານນັ້ນ ກໍ່ສາມາດຈຳກັດການແຜ່ລະບາດຂອງເຊື້ອໄວຣັດໂຄວິດ - 19 ຢູ່ ຫວຽດນາມ ໄດ້.
      ໃນຂະນະທີ່ທົ່ວໂລກພວມຍູ້ແຮງຄວາມມານະພະຍາຍາມໃນການສັກວັກຊິນກັນໂຄວິດ - 19, ຢູ່ຫຼາຍປະເທດຄື: ອາເມລິກາ, ອັງກິດ, ອິດສະລາແອັນ ໄດ້ພິສູດໃຫ້ເຫັນປະສິດທິຜົນຂອງໂຄງການສັກວັກຊິນກັນໂຄວິດ - 19, ທົ່ວລະບົບການເມືອງ ຫວຽດນາມ ກໍ່ພວມມານະພະຍາຍາມຈົດສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ ເພື່ອປົກປ້ອງປະຊາຊົນ. ເປົ້າໝາຍອັນສູງສົ່ງນີ້ ຂອງ ຫວຽດນາມ ແມ່ນອີງໃສ່ພື້ນຖານວິທະຍາສາດທີ່ໄດ້ພິສູດດ້ວຍຄວາມຈິງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຫຼາຍປະເທດໃນໂລກ.
ຕ້ອງຢັ້ງຢືນຢ່າງແຮງວ່າ ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ຂອງບັນດາອິດທິກຳລັງເປັນປໍລະປັກສັດຕູ ໂດຍບໍ່ຫົວຊາຕໍ່ຄວາມເປັນຈິງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນແນໃສ່ປະຕິເສດບັນດາໝາກຜົນຂອງ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ບັນດາອິດທິກຳລັງໄດ້ສ້າງຮູບພາບດ້ວຍສີມຶດມົນກ່ຽວກັບ ຫວຽດນາມ ໃນການປ້ອງກັນໂລກລະບາດໂຄວິດ - 19, ຍິ່ງໄປກ່ວານັ້ນເພື່ອແນໃສ່ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການຊີ້ນຳນຳພາຂອງພັກ, ລັດ ຫວຽດນາມ ຫຼຸດລົງ. ເຖິງຢ່າງໃດກໍຕາມ, ດ້ວຍຈິດໃຈຄວາມຮັບຜິດຊອບຢ່າງສູງ, ດ້ວຍຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອ ແລະ ກຳລັງແຮງຂອງຊາດ, ປະຊາຊົນ ຫວຽດນາມ ຜູ້ຮັກຫອມຄວາມເປັນທຳ ແລະ ສັນຕິພາບ ຈະບໍ່ຖືກປຸກປັນຍຸແຍ່ດ້ວຍບັນດາຖ້ອຍທຳນອງດັ່ງກ່າວຢ່າງງ່າຍດາຍ. ກຳລັງແຮງແຫ່ງຄວາມສາມັກຄີ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ຈະສືບຕໍ່ແມ່ນອາວຸດທີ່ມີປະສິດທິຜົນ ເພື່ອໃຫ້ຫວຽດນາມ ຍາດໄດ້ໄຊຊະນະໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top