• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖ້ຳ​ເຊີນດ​ອງ ນອນ​ໃນ​ກຸ່ມສະ​ຖານ​​ທີ່​ຢ້ຽມ​ຊົມ​ໃຕ້​ດິນ 7 ແຫ່ງ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ

ນອກຈາກລະບົບແມ່ນ້ຳ, ສະນ້ຳຢູ່ພາຍໃນຖ້ຳ, ລະບົບຊີວະພາບປ່າດົງດິບພັດທະນາ, ຫີນຍ່ອຍທີ່ມີອາຍຸ 400 ລ້ານ ປີ ພ້ອມດ້ວຍບັນດາຊັ້ນທໍລະນີທີ່ງາມຕາແລ້ວ, ຖ້ຳ ເຊີນດອງ ຍັງເປັນບ່ອນດຳລົງຊີວິດຂອງພືດ ແລະ ສັດສາວາສິ່ງປະເພດຕ່າງ ໂດຍບໍ່ມີຢູ່ບ່ອນໃດໃນໂລກ.
ຖ້ຳ ເຊີນດອງ ມີຄວາມຍາວເກືອບ 9 ກິໂລແມັດ, ຢູ່ບາງທີ່ຕັ້ງທີ່ມີຄວາມສູງເພດານຂຶ້ນເຖິງ 200 ແມັດ, ກວ້າງ 160 ແມັດ (ພາບ: TTXVN)

ຫວ່າງແລ້ວນີ້, ໜັງສືພິມ South China Moring Post (SCMP) ຂອງ ຮົ່ງກົງ (ຈີນ) ໄດ້ເຊີດຊູຖ້ຳ ເຊີນດອງ, ຢູ່ແຂວງ ກວ໋າງບິ່ງ, ພາກກາງ ຫວຽດນາມ ແມ່ນໜຶ່ງໃນສະຖານທີ່ຢ້ຽມຊົມ  ຢູ່ໃຕ້ດິນ 7 ແຫ່ງສວຍງາມທີ່ສຸດໃນໂລກ.

ບົດຂຽນໃນໜັງສືພິມ SCMP ໃຫ້ຮູ້ວ່າ ນອກຈາກລະບົບແມ່ນ້ຳ, ສະນ້ຳຢູ່ພາຍໃນຖ້ຳ, ລະບົບຊີວະພາບປ່າດົງດິບພັດທະນາ, ຫີນຍ່ອຍທີ່ມີອາຍຸ 400 ລ້ານ ປີ ພ້ອມດ້ວຍບັນດາຊັ້ນທໍລະນີທີ່ງາມຕາແລ້ວ, ຖ້ຳ ເຊີນດອງ ຍັງເປັນບ່ອນດຳລົງຊີວິດຂອງພືດ ແລະ ສັດສາວາສິ່ງປະເພດຕ່າງ ໂດຍບໍ່ມີຢູ່ບ່ອນໃດໃນໂລກ.  ປີ 2018, ກຸ່ມນັກຊ່ຽວຊານ ອັງກິດ ທີ່ຄົ້ນຄວ້າກ່ຽວກັບຖ້ຳ ໄດ້ພົບເຫັນຖ້ຳ ເຊີນດອງ ກວ້າງໃຫຍ່ກວ່າ ຢ່າງໜ້ອຍສຸດ 30% ແລະ ເລິກກວ່າເມື່ອທຽບໃສ່ຂໍ້ມູນທີ່ໄດ້ເຜີຍກ່ອນໜ້ານັ້ນ. ຖ້ຳ ເຊີນດອງ ມີຄວາມຍາວເກືອບ 9 ກິໂລແມັດ, ຢູ່ບາງທີ່ຕັ້ງທີ່ມີຄວາມສູງເພດານຂຶ້ນເຖິງ 200 ແມັດ, ກວ້າງ 160 ແມັດ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ

Top