• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ໜົນ​ວາງ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ໃນ Festival ໝາກ​ໄມ້, ຜະ​ລິດ​ຕະ​ພັນ OCOP ຫວຽດ​ນາມ ປີ 2022

ນັບແຕ່ກ່ອນມື້ຈັດພິທີໄຂຢ່າງເປັນທາງການ “ຖະໜົນວາງຂາຍຜະລິດຕະພັນກະເສດ” ຢູ່ທີ່ນີ້ ໄດ້ປະດັບປະດາຢ່າງງາມຕາ ດ້ວຍໝາກໄມ້, ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຊະນິດຕ່າງໆຂອງແຕ່ລະເຂດພາກທີ່ຫຼາກຫຼາຍສີສັນ.

ນັບແຕ່ກ່ອນມື້ຈັດພິທີໄຂຢ່າງເປັນທາງການ “ຖະໜົນວາງຂາຍຜະລິດຕະພັນກະເສດ” ຢູ່ທີ່ນີ້ ໄດ້ປະດັບປະດາຢ່າງງາມຕາ ດ້ວຍໝາກໄມ້, ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຊະນິດຕ່າງໆຂອງແຕ່ລະເຂດພາກທີ່ຫຼາກຫຼາຍສີສັນ.

    

ລາຍການສະແດງສິລະປະໃນພິທີໄຂ 

Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022 ຖືກດຳເນີນແຕ່ວັນທີ 28 ພຶດສະພາ ຫາວັນທີ 1 ມິຖຸນາ ຢູ່ສະໜາມຫຼວງ ເຕີຍບັກ, ນະຄອນ ເຊີນລາ, ແຂວງ ເຊີນລາ. ນັບແຕ່ກ່ອນມື້ຈັດພິທີໄຂຢ່າງເປັນທາງການ “ຖະໜົນວາງຂາຍຜະລິດຕະພັນກະເສດ” ຢູ່ທີ່ນີ້ ໄດ້ປະດັບປະດາຢ່າງງາມຕາ ດ້ວຍໝາກໄມ້, ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຊະນິດຕ່າງໆຂອງແຕ່ລະເຂດພາກທີ່ຫຼາກຫຼາຍສີສັນ. ມີຫຼາຍກວ່າ 50 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມເຫດການດັ່ງກ່າວ ດ້ວຍຮ້ານວາງສະແດງເກືອບ 500 ຮ້ານ ທີ່ມີຜະລິດຕະພັນກວ່າ 1.300 ຢ່າງ ທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ເອື້ອຍເຟືອງ, ປະຊາຊົນນະຄອນ ເຊີນລາ, ແບ່ງປັນວ່າ:

“ນີ້ເປັນຄັ້ງທຳອິດທີ່ແຂວງ ເຊີນລາ ໄດ້ຈັດງານ Festival ດ້ວຍຂອບຂະໜາດໃຫຍ່ທີ່ມີຜະລິດຕະພັນກະເສດຫຼາຍຊະນິດນີ້. ມີຫຼາຍຮ້ານວາງສະແດງຂອງບັນດາແຂວງ, ນະຄອນໄດ້ວາງຂາຍຜະລິດຕະພັນທີ່ເປັນເອກະລັກຂອງຕົນ ເຊິ່ງປະຊາຊົນພວກຂ້າພະເຈົ້າສ່ວນໜ້ອຍທີ່ຈະເຄີຍໄດ້ຊິມ. ນີ້ແມ່ນລາຍການທີ່ມີຄວາມໝາຍທີ່ສຸດ. ຂ້າພະເຈົ້າກໍຫວັງວ່າ ໃນໄລຍະຈະມາເຖິງ ເຊີນລາ ຈະຈັດຫຼາຍເຫດການແບບນີ້ຂຶ້ນ ເພື່ອໃຫ້ປະຊາຊົນ ເຊີນລາ ແລະ ແຂກທ່ອງທ່ຽວ ໄດ້ຄົ້ນຫາ, ມີຄວາມເຂົ້າໃຈກວ່າກ່ຽວກັບປະເພດຜະລິດຕະພັນກະເສດຂອງແຕ່ລະເຂດພາກໃນທົ່ວປະເທດ”.

ສະເພາະແຂວງ ເຊີນລາ, ເຊິ່ງເປັນແຂວງເຈົ້າພາບຈັດ Festival, ໄດ້ເລືອກເອົາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳກວ່າ 220 ຢ່າງ ມາວາງຂາຍໃນ Festival ນີ້, ໃນນັ້ນມີຜະລິດຕະພັນ OCOP ກວ່າ 70 ຢ່າງ, ລວມມີ ຜະລິດຕະພັນກະເສດສົດ ແລະ ຜະລິດຕະພັນກະເສດທີ່ໄດ້ຜ່ານການປຸງແຕ່ງແລ້ວ.

(ແຫຼ່ງຄັດຈາກ VOV)

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ຕອນບ່າຍວັນທີ 31 ມີນາ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ - ນະຄອນ ໂຮຈີມິນ ໄດ້ຈັດງານປະກວດຊຸດອາພອນປະຈຳຊາດ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ໂດຍສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ສະຫະພັນແມ່ຍິງ ເມືອງ 11 ສົມທົບກັນຈັດຂຶ້ນ.

Top