• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມຫວຽດນາມ-ອົດສະຕາລີ

      ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ມາເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຢູ່ດ່ານັ້ງ ແລະ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ.

ນາຍົກລັດຖະມົນຕີ 2 ທ່ານ
(ພາບ: TTXVN)
      ຕາມຖະແຫຼງການ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີໂດຍຖືວ່າ ອີງໃສ່ພື້ນຖານການຮ່ວມມືທີ່ມີຄວາມໝັ້ນຄົງ ແລະ ຄວາມສາມາດບົ່ມຊ້ອນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດ, ການພົວພັນຫວຽດນາມ - ອົດສະຕາລີ ຄວນໄດ້ຮັບການຍົກສູງຂຶ້ນລະດັບຄູ່ຮ່ວມມືຍຸດທະສາດ. 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະຜັນຂະຫຍາຍແຜນການກະທຳຫວຽດນາມ - ອົດສະຕາລີ ໄລຍະ 2016 - 2019 ຢ່າງຄົບຖ້ວນ; ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍດ້ານ; ການປ້ອງກັນຊາດ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາ, ແຮງງານ… ເລິກເຊິ່ງຂຶ້ນຕື່ມ, ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ, 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະນຳເສດຖະກິດຂອງ 2 ປະເທດໃຫ້ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນຢ່າງເລິກເຊິ່ງກວ່າ. 2 ຝ່າຍເຫັນດີສືບຕໍ່ຮ່ວມມືຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ຂັ້ນສູງອາຊີຕາເວັນອອກ (EAS) ກັບ ອາຊຽນ ສວມບົດບາດໃຈກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕາລີ ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ກອງປະຊຸມຂັ້ນສູງພິເສດອາຊຽນ - ອົດສະຕາລີ ເຊິ່ງຈະໄດ້ຈັດຕັ້ງໃນເດືອນ ມີນາ 2018.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top