• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຫວຽນນາມ-ສ.ເກົາຫຼີມຸ່ງໄປເຖິງອະນາຄົດ

      ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງທ່ານປະທານາທິບໍດີສ.ເກົາຫຼີ ທີ່ຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 22 – 24 ມີນາ.  ວັນທີ 24 ມີນາ, ໄດ້ປະກາດຖະແຫຼງການຮ່ວມຫວຽດນາມ - ສ.ເກົາຫຼີມຸ່ງໄປສູ່ອະນາຄົດ

(ຖະແຫຼງການ ຫວຽນນາມ-ສ.ເກົາຫຼີ ມຸ່ງໄປເຖິງອະນາຄົດ)
      ໃນນັ້ນ 2 ຝ່າຍໄດ້ຢືນຢັນວ່າຈະປັບປຸງພື້ນຖານການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ ຊຸກຍູ້ການເປີດກວ້າງ ແລະ ເຮັດໃຫ້ການພົບປະແລກປ່ຽນ, ຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກ, ມຸ່ງໄປເຖິງການຍົກລະດັບ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ອຸດົມສົມບູນກວ່າອີກໃນໄລຍະຈະມາເຖິງ.
        2 ປະເທດຈະຊຸກຍູ້ການຮ່ວມມືດ້ານການຄ້າ, ພັດທະນາຢ່າງສະໝ່ຳສະເໝີ, ໝັ້ນຄົງ, ເພື່ອແນໃສ່ບັນລຸຄາດໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸໄດ້ 100 ຕື້ USD ໃນປີ 2020. ພ້ອມທັງຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2018.
        ການນຳຂັ້ນສູງ 2 ປະເທດໄດ້ເຫັນດີຜັນຂະຫຍາຍບັນດາກົນໄກເຈລະຈາ, ຮ່ວມມືດ້ານການທູດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ. 2 ປະເທດກໍ່ເຫັນດີສືບຕໍ່ເປີດກວ້າງຂອບຂະໜາດການຮ່ວມມືດ້ານການສຶກສາ, ສົ່ງເສີມການລົງທຶນ…
        ການນຳ 2 ປະເທດໄດ້ເຫັນດີເພີ່ມທະວີການແລກປ່ຽນ, ຮ່ວມມືໃນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍຄືຢູ່ບັນດາເວທີປາໄສຫຼາຍຝ່າຍ. ການນຳ 2 ປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ພ້ອມກັບສະຕິຄວາມຮັບຮູ້ຕ້ອງແກ້ໄຂບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງໂດຍສັນຕິວິທີຕາມຫຼັກການຂອງກົດໝາຍສາກົນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ຮອບດ້ານ ແລະ ຊຸກຍູ້ການລົງນາມໃນກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໂດຍໄວ.
        ຫວຽດນາມ ຊົມເຊີຍ ແລະ ຕັ້ງໜ້າສະໜັບສະໜູນຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານສ.ເກົາຫຼີ ເພື່ອແນໃສ່ແກ້ໄຂບັນຫານິວເຄຼຍຂອງສປປ.ເກົາຫຼີ ໂດຍສັນຕິວິທີ ແລະ ຊຸກຍູ້ການເຈລະຈາລະຫວ່າງ 2 ພາກເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top