• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫລງການຮ່ວມຫວຽດນາມ-ກຳປູເຈຍ

ວັນທີ 5 ຕຸລາ, ຫວຽດນາມ ແລະກຳປູເຈຍ ໄດ້ອອກຖະແຫລງການຮ່ວມກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen. 
 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ພ້ອມກັນລົງນາມໃນສົນທິສັນຍາເພີ່ມເຕີມ

ຖະແຫລງການຮ່ວມໃຫ້ຮູ້ວ່າ: ໃນໄລຍະຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ.

ສອງຝ່າຍຕີລາຄາສູງຄວາມໝາຍຂອງເລື່ອງລົງນາມໃນເອກະສານສອງສະບັບ ຮັບຮູ້ໝາກຜົນການປັກຫລັກໝາຍຊາຍແດນທາງບົກ ສຳເລັດປະມານ 84%  ແລະ ເນັ້ນຫນັກວ່າ ນີ້ແມ່ນຂີດໝາຍປະຫວັດສາດໃນວິວັດການແກ້ໄຂບັນຫາຊາຍແດນທາງບົກລະຫວ່າງສອງປະເທດ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນການຄຸ້ມຄອງຊາຍແດນ ແລະ ຈະສຳເລັດການປັກຫລັກໝາຍຊາຍແດນຕອນຍັງເຫລືອໂດຍໄວໃນໄລຍະຈະມາເຖິງ.

ສອງຝ່າຍເຫັນດີນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສົມທົບກັນ ແບ່ງປັນຂໍ້ມູນຂ່າວສານ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດ ຢູ່ ອາຊຽນ ແລະ ບັນດາກົນໄກກ່ຽວຂ້ອງ, ສປຊ, WTO, ASEM. ສອງຝ່າຍຢືນຢັນສົມທົບກັນຢ່າງແຫນ້ນແຟ້ນໃນປີ 2020 ເມື່ອຫວຽດນາມ ເປັນປະທານ ອາຊຽນ ແລະ ກຳປູເຈຍ ແມ່ນປະເທດເຈົ້າພາບຈັດກອງປະຊຸມຂັ້ນສູງ ASEM- 13.

ກ່ຽວກັບການຜັນແປຢູ່ທະເລຕາເວັນອອກ. ສອງຝ່າຍຖືວ່າ ສະພາບການເຄັ່ງຕຶງປະຈຸບັນຢູ່ທະເລຕາເວັນອອກ ຄວນແກ້ໄຂໂດຍສັນຕິວິທີ ສອດຄອ່ງກັບກົດໝາຍສາກົນ.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top