• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນຮັບແຂກທ່ອງທ່ຽວ ເກືອບ 200 ຄົນທໍາອິດ ມາທ່ຽວນະຄອນເຫວ້ ດ້ວຍທາງອາກາດ ໃນມື້ທໍາອິດຂອງປີໃໝ່ 2019

      ຂະແໜງການທ່ອງທ່ຽວແຂວງເທື່ອທຽນເຫວ້ ໄດ້ເພີ່ມທະວີການເຊື່ອມຕໍ່, ສົ່ງເສີມການໂຄສະເນການທ່ອງທ່ຽວ, ສ້າງຜະລິດຕະພັນໃໝ່ເພີ່ມເຕີມ ອັນໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຊົມເຫວ້ກວ່່າ 4,25 ລ້ານເທື່ອຄົນ

ການນໍາພະແນກການທ່ອງທ່ຽວແຂວງເທື່ອທຽນເຫວ້ ມອບດອກໄມ້ຕ້ອນຮັບແຂກທ່ອງທ່ຽວ (ພາບ:vnexpress.net)
      ຕອນເຊົ້າວັນທີ 01 ມັງກອນ 2019, ພະແນກການທ່ອງທ່ຽວແຂວງເທື່ອທຽນເຫວ້ ໄດ້ ຈັດຕັ້ງພິທີຕ້ອນຮັບຈໍານວນແຂກທ່ຽວທ່ຽວທໍາອິດທີ່ມາທ່ຽວເທຶ່ອທ່ຽນເຫວ້ ດ້ວຍທາງອາກາດ ໃນປີ 2019. ພິທີດັ່່ງກ່າວໄດ້  ຖືກດໍາເນີນຢູ່ທ່າອາກາດສະຍານສາກົນ ຟຸບ່າຍ ສະຫງວນໃຫ້ຄະນະແຂກທ່ອງທ່ຽວກວ່າ 180 ຄົນໃນຖ້ຽວບິນ ໝາຍເລກ VN1543 ລະຫວ່າງ ຮ່່າໂນ້ຍ - ເຫວ້. ການເຄື່ອນໄຫວດັ່ງກ່າວ ເພື່ອແນໃສ່ສະແດງນໍ້າໃຈຮັກແພງແຂກຄົນ, ຍົກສູງພາບພົດຂອງສະຖານທີ່ທ່ຽວທ່ຽວທີ່ດູດດື່ມ, ປອດໄພ ແລະ ສະໜິດສະໜົມ. ໃນປີຜ່ານມາ, ຂະແໜງການທ່ອງທ່ຽວແຂວງເທື່ອທຽນເຫວ້ ໄດ້ເພີ່ມທະວີການເຊື່ອມຕໍ່, ສົ່ງເສີມການໂຄສະເນການທ່ອງທ່ຽວ, ສ້າງຜະລິດຕະພັນໃໝ່ເພີ່ມເຕີມ ອັນໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຊົມເຫວ້ກວ່່າ 4,25 ລ້ານເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸເກືອບ 2 ລ້ານເທື່ອຄົນ. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກການທ່ອງທ່ຽວແຂວງເທື່ອທຽນເຫວ້ໃຫ້ຮູ້ວ່າ:
        ໃນປີ 2019, ຂະແໜງການທ່ອງທ່ຽວແຂວງເທື່ອທຽນເຫວ້ ຈະສືບຕໍ່ເສີມຂະຫຍາຍທ່າແຮງດ້ານທ່ອງທ່ຽວມໍລະດົກ, ການທ່ອງທ່ຽວແບບຄົ້ນຫາ ພ້ອມດ້ວຍບັນດາວິສາຫະກິດໃນຂະແໜງການທ່ອງທ່ຽວ ຄົ້ນຄວ້າພັດທະນາເພີ່ມເຕີມບາງຜະລິດຕະພັນ ຕິດພັນກັບຄວາມສາມາດບົ່ມຊ້ອນກ່ຽວກັບທິວທັດທໍາມະຊາດ ເພື່ອແນໃສ່ເພີ່ມຜະລິດຕະພັນຂຶ້ນ. ພວກຂ້າພະເຈົ້າຄາດວ່າ ປີ 2019 ຈະຕ້ອນຮັບແຂກທ່ອງທ່ຽວໄດ້ 4,7ລ້ານເທື່ອຄົນ, ພິເສດແມ່ນພະຍາຍາມເພີ່ມທະວີຈໍານວນແຂກທ່ອງທ່ຽວສາກົນ ແລະ ແຂກທ່ອງທ່ຽວພັກອາໄສຢູ່ ເຫວ້ຂຶ້ນຕື່ມອີກ”.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top