• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດປະຊາຊົນ ຫວຽດນາມ ຈິດໃຈສົດໃສ “ເພື່ອປະເທດຊາດຈົນລືມຕົນ, ຮັບໃຊ້ເພື່ອປະຊາຊົນ”

ກຳລັງຕຳຫຼວດປະຊາຊົນ ປະຕິບັດບົດບາດແກ່ນສານໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມເປັນຢ່າງດີ
  ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)  

ໃນຕະຫຼອດໄລຍະ 77 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ (19 ສິງຫາ 1945 – 19 ສິງຫາ 2022), ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ໃນວິວັດແຫ່ງການພັດທະນາ, ກຳລັງຕຳຫຼວດປະຊາຊົນ ປະຕິບັດບົດບາດແກ່ນສານໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບດ້ານການເມືອງ - ສັງຄົມ, ສ້າງສັງຄົມມີລະບຽບວິໃນ, ສ້າງສະພາບແວດລ້ອມທີ່ໝັ້ນຄົງ, ປອດໄພ, ໂປ່ງໄສ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນມິນຕວນ, ອະດີດຫົວໜ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ອາດເວົ້າໄດ້ວ່າ ໃນໂລກປະຈຸບັນຍັງຂາດຄວາມສະຫງົບຢູ່, ແຕ່ຢູ່ ຫວຽດນາມ, ເສດຖະກິດ ສັງຄົມພັດທະນາ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໄດ້ເພີ່ມຂຶ້ນຢ່າງໄວ ແລະ ໃນບັນດາວິລະກຳນັ້ນ ຕ້ອງເວົ້າເຖິງກຳລັງກອງທັບ, ຕຳຫຼວດ. ຍ້ອນການປົກປັກຮັກສາຄວາມສັນຕິສຸກໃຫ້ແກ່ການດຳລົງຊີວິດ, ຮັບປະກັບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມນັ້ນ ໄດ້ປະກອບສ່ວນສຳຄັນທີ່ສຸດເຂົ້າໃນການພັດທະນາເສດຖະກິດ ແລະ ສ້າງທີ່ຕັ້ງ, ພາບພົດຂອງ ຫວຽດນາມ ທີ່ມີຕໍ່ໂລກແມ່ນຈະແຈ້ງທີ່ສຸດ”.

ໃນໄລຍະຈະມາເຖິງ, ໜ້າທີ່ເຊິ່ງພັກ ແລະ ປະຊາຊົນມອບໝາຍໃຫ້ນັ້ນ ຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນ ຕ້ອງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຍົກລະດັບຄຸນນະພາບບັນດາວຽກງານ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເນັ້ນໜັກວ່າ:

“ເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ່ທີ່ສຸດນັ້ນ ທົ່ວກຳລັງຕຳຫຼວດປະຊາຊົນຕ້ອງມານະພະຍາຍາມ ຕັດສິນໃຈມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ຍູ້ແຮງການສ້າງກຳລັງຕຳຫຼວດປະຊາຊົນ ໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ, ຫັນເປັນທັນສະໄໝ ຕອບສະໜອງໜ້າທີ່ໃນສະພາບການໃໝ່”.

ໃນຕະຫຼອດວິວັດທະນາການແຫ່ງການຕໍ່ສູ້ ແລະ ເຕີບໃຫຍ່ ພາຍໃຕ້ການນຳພາຂອງພັກ, ເຊິ່ງປະທານ ໂຮ່ຈີມິນ ໄດ້ເອົາໃຈໃສ່ສຶກສາອົບຮົມ, ຝຶກຝົນໂດຍກົງນັ້ນ, ບໍ່ວ່າໃນສະພາບການໃດ, ພະນັກງານ, ນັກຮົບຕຳຫຼວດປະຊາຊົນ ຍາມໃດກໍ່ຮັກສາຄຸນທາດການເມືອງ, ຢືນຢັນຈິດໃຈຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ປະຕິບັດສຳເລັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top