• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັ້ງໜ້າສະເໜີຂໍ້ລິເລີ່ມ,ພັດທະນາບັນດາໂຄງການໃໝ່ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການຮ່ວມມືອາຊຽນ

ຕອນບ່າຍວັນທີ 02 ກຸມພາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 29 ສະຫຼຸບວຽກງານປີ 2017, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2018.


ກອງປະຊຸມສະຫຼຸບວຽກງານປີ 2017, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2018

ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ

(ພາບ: doanthanhnien.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາເອກສູນກາງຊາວໜຸ່ມ, ຫົວໜ້າຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ເລກວກຟອງ ເນັ້ນໜັກວ່າ: ປີ 2018, ຄະນະກຳມະການຄວນສືບຕໍ່ສົມທົບກັບບັນດາກະຊວງ, ສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງການກວດກາ, ກະຕຸກຊຸກຍູ້ເລື່ອງຜັນຂະຫຍາຍການປະຕິບັດກົດໝາຍ, ນະໂຍບາຍສຳລັບຊາວໜຸ່ມກໍ່ຄືການສືບສວນສອບສວນ, ກວດກາຄືນການປະຕິບັດກົດໝາຍ, ນະໂຍບາຍສຳລັບຊາວໜຸ່ມໃນຂົງເຂດການສຶກສາ, ບຳລຸງສ້າງ.

ໃນການເຄື່ອນໄຫວພົວພັນຕ່າງປະເທດຊາວໜຸ່ມ, ຄຽງຂ້າງເລື່ອງຕ້ອງເສີມຂະຫຍາຍບັນດາໂຄງການທີ່ມີ່ຢູ່ແລ້ວ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຄວນຕັ້ງໜ້າສະເໜີຂໍ້ລິເລີ່ມ, ພັດທະນາບັນດາໂຄງການໃໝ່ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການຮ່ວມມືອາຊຽນ; ເປີດກວ້າງການເຄື່ອນໄຫວ 2 ຝ່າຍກັບບາງປະເທດຄື: ອິນໂດເນເຊຍ, ຟີລິບປີນ, ກຳປູເຈຍ ເພື່ອແລກປ່ຽນບົດຮຽນ ກໍ່ຄືປຶກສາຫາລືທິດທາງຮ່ວມມືກ່ຽວກັບວຽກງານຊາວໜຸ່ມ.

(ແຫຼ່ງຄັດຈາກ VOV)


ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top