• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕະຫລາດຂາຍຍ່ອຍຫວຽດນາມແມ່ນຫນຶ່ງໃນ6ຂົງເຂດດຶງດູດເງິນລົງທຶນຂອງຕ່າງປະເທດຫລາຍສຸດ

      ຕອນບ່າຍວັນທີ 12 ທັນວາ ຢູ່ ຮ່າໂນ້ຍ, ສະຫະສະມາຄົມຂາຍຍ່ອຍຫວຽດນາມ ໄດ້ຈັດຕັ້ງເວທີປາໄສຂາຍຍ່ອຍຫວຽດນາມ 2017, ດ້ວຍຫົວຂໍ້ 10 ປີແຫ່ງການພັດທະນາຕະຫລາດຂາຍຍ່ອຍ ຫວຽດນາມ ແລະ ສິ່ງທ້າທາຍໃນອະນາຄົດ.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮວ່າງຕວນແອງ, ຮອງຫົວຫນ້າກົມຕະຫລາດພາຍໃນປະເທດ, ສັງກັດກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ: ປີ 2017 ຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ 30 ປະເທດ ມີຕະຫລາດຂາຍຍ່ອຍຢ່າງຟົດຟື້ນທີ່ສຸດໃນໂລກ. ບໍລິສັດຂາຍຍ່ອຍທີ່ມີຊື່ສຽງ ຫລາຍແຫ່ງມາຈາກ ຍີ່ປຸ່ນ, ຝລັ່ງ, ໄທ.. ລົງທຶນເຂົ້າຫວຽດນາມ ເຮັດໃຫ້ຕະຫລາດຂາຍຍ່ອຍແກ້ງແຍ້ງຢ່າງແຮງ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາບໍລິສັດຂາຍຍ່ອຍຕ້ອງປ່ຽນແປງ, ເພີ່ມກຳລັງແກ້ງແຍ້ງ ແລະ ຍົກອອກບັນດາຍຸດທະສາດລົງທຶນໃຫ້ຖືກຕ້ອງ.
ເຖິງວ່າ ມີຫລາຍກາລະໂອກາດ, ຄວາມສາມາດບົ່ມຊ້ອນພັດທະນາກໍ່ຕາມ, ແຕ່ຍຸກສະໄຫມເຕັກໂນໂລຊີ 4.0 ພ້ອມກັບການປ່ຽນແປງໃນທ່າອ່ຽງບໍລິໂພກອຸປະໂພກ.. ໄດ້ວາງອອກສິ່ງທ້າທາຍຫລາຍຢ່າງໃຫ້ແກ່ບັນດາບໍລິສັດຂາຍຍ່ອຍ ຫວຽດນາມ. ທ່ານນາງ ດີງທິໝີລວານ, ປະທານສະຫະສະມາຄົມຂາຍຍ່ອຍ ຫວຽດນາມ ຖືວ່າ:
          ພວກເຮົາຄວນປ່ຽນແປງຂະແຫນງຂາຍຍ່ອຍມຸ່ງໄປເຖິງເລື່ອງສືບຕໍ່ເຕີບໂຕ ແລະ ຮັບປະກັນລັກສະນະແກ້ງແຍ້ງ. ຢາກມີການປ່ຽນແປງ ຕ້ອງມີຍຸດທະສາດລະອຽດ, ຊຸກຍູ້ການເຕີບໂຕຜ່ານຫົວຄິດປະດິດສ້າງ. ຄຽງຄູ່ກັນນັ້ນ ຄວນໝູນໃຊ້ເຕັກໂນໂລຊີໃຫ້ແກ່ການຈຳຫນ່າຍຂາຍຍ່ອຍ, ຫນູນຊ່ວຍວິສາຫະກິດເປີດກວ້າງຕະຫລາດ ນຳສິນຄ້າຫວຽດນາມ ອອກສູ່ພາກພື້ນ ອາຊຽນ ແລະ ທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top