• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ໜັງ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ດິນ​ແດນກວາງ​ນາມ - ດາ​ໜັງ ໃນ​ການ​ສ້າງສາ​ປະ​ເທດ​ຊາດ

ດ່າໜັງ ເປັນບ່ອນເຕົ້າໂຮມຂອງຜູ້ມີຄວາມເກັ່ງກ້າສາມາດ ແລະ ມີແນວຄວາມຄິດປ່ຽນແປງໃໝ່ປະດິດຄິດສ້າງ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມການໂອ້ລົມສົນທະນາດ້ວຍຫົວຂໍ້ “ນະຄອນດ່າໜັງ: ຜົນງານ ແລະ ແງ່ຫວັງ”

ຕອນເຊົ້າວັນທີ 28 ທັນວາ, ຢູ່ນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາດ້ວຍຫົວຂໍ້ “ນະຄອນດ່າໜັງ: ຜົນງານ ແລະ ແງ່ຫວັງ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ ດ່າໜັງ ເປັນບ່ອນເຕົ້າໂຮມຂອງຜູ້ມີຄວາມເກັ່ງກ້າສາມາດ ແລະ ມີແນວຄວາມຄິດປ່ຽນແປງໃໝ່ປະດິດຄິດສ້າງ. ດ່າໜັງມີຄວາມສາມາດ ແລະ ຄວນກຳນົດທິດໃຫ້ກາຍເປັນນະຄອນສາກົນ, ບ່ອນເຕົ້າໂຮມຊັບພະຍາກອນການທ່ອງທ່ຽວ, ລະບົບຊີວະພາບ ແລະ ວັດທະນະທຳປະສົມປະສານເຂົ້າກັນເພື່ອສ້າງຄວາມດູດດື່ມ ແລະ ສີສັນທີ່ເປັນເອກະລັກສະເພາະ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ:

      “ສຸມໃສ່ການພັດທະນາແຫຼ່ງຊັບພະຍາກອນມະນຸດເປັນຢ່າງສູງ. ເສີມຂະຫຍາຍສີສັນວັດທະນະທຳ, ຄຸນທາດທີ່ມີຢູ່ແລ້ວຂອງຊາວກວາງນາມ - ດາໜັງ ຊຶ່ງແມ່ນບັນດາຜູ້ຄົນທີ່ຈົງຮັກພັກດີ ແລະ ອົງອາດກ້າແກ່ນ” ໃນການຕໍ່ສູ້ຍາດເອົາເອກະລາດ, “ປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າຄິດກ້າທຳໃນການສ້າງສາປະເທດຊາດ. ຂໍ້ກຸນແຈພາໄປເຖິງຜົນສຳເລັດຂອງ ດ່າໜັງ ແມ່ນຢູ່ໃນຄວາມສາມາດປຸກລຸກກຳລັງຄວາມສາມາດຂອງມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ເກັ່ງກ້າດ້ານພາສາ, ເກັ່ງກ້າທາງດ້ານເຕັກໂນໂລຢີ, ມີສີມືແຮງງານສູງ, ຍາດແຍ່ງໂອກາດຄວາມຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງການປະຕິວັດອຸດສາຫະກຳ 4.0”.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 27 ທັນວາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈການນຳ, ພະນັກງານບໍລິສັດຫຸ້ນສ່ວນຕຳແຜ່ນຕັດຫຍິບ 29/3 ຢູ່ບໍລິເວນນະຄອນ ດ່າໜັງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top