• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຶງດ​ູດ​ເງິນ​ລົງ​ທຶນ FDI ຈາກ “​ຈຳ​ນວນ” ມາ​ເປັນ “ຄຸນ​ນະ​ພາບ” ເພື່ອ​ເພີ່ມ​ມູນ​ຄ່າ​ພາຍ​ໃນ​ປະ​ເທດ

ໃນໄລຍະຜ່ານມາ, ຂົງເຂດລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ, ປະກອບສ່ວນຊຸກຍູ້ການເຕີບໂຕ, ການສົ່ງອອກ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ພາບປະກອບ: baodautu.vn

ປັດຈຸບັນ, ເຂດ FDI ໄດ້ຊ່ວຍຫວຽດນາມເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ, ປະກອບສວ່ນຫຼາຍພໍສົມຄວນເຂົ້າ GDP, ລາຍຮັບງົບປະມານ ແລະ ສ້າງວຽກເຮັດງານທຳ. ພິເສດໄລຍະ 2021 – 2025, ຍອດເງິນລົງທຶນ FDI ປະຕິບັດບັນລຸກ່ວາ 158 ຕື້ USD, ລື່ນກາຍຄາດໝາຍວາງອອກແມ່ນແຕ່ 100 – 150 ຕື້ USD. ເຖິງຢ່າງໃດກໍຕາມ, ອັດຕາສ່ວນການປະກອບສ່ວນຂອງ FDI ເຂົ້າຍອດເງິນລົງທຶນທົ່ວສັງຄົມມີທ່າອ່ຽງຫຼຸດລົງ, ລະດັບແຜ່ກະຈາຍເຕັກໂນໂລຢີ ແລະ ຍົກສູງຄວາມສາມາດອຸດສາຫະກຳພາຍໃນຮປະເທດຍັງຈຳກັດ, ພື້ນຖານເສດຖະກິດຍັງຕ້ອງເອື່ອຍອິ່ງເຂົ້າເຂດ FDI ໃນບັນດາຂົງເຂດຫຼັກແຫຼ່ງຈຳນວນໜຶ່ງ ຫຼາຍພໍສົມຄວນ. ຄວາມຮຽກຮ້ອງຕ້ອງການໃນປັດຈຸບັນແມ່ນ ໃນໄລຍະຈະມາເຖິງ ຕ້ອງຫັນປ່ຽນຢ່າງແຮງຈາກການດຶງດູດ FDI ຕາມຈຳນວນ ມາເປັນ ຄຸນນະພາບ ແລະ ມີຄວາມສາມາດແຜ່ກະຈາຍ. ທ່ານ ຟ້າມແທັງບິ່ງ ຜູ້ອຳນວຍການສູນສົ່ງເສີມຂໍ້ມູນໜູນຊ່ວຍການລົງທຶນທາງທິດເໜືອ, ກົມລົງທຶນຕ່າງປະເທດ, ກະຊວງການເງິນ ຖືວ່າ:

ຫວຽດນາມຕ້ອງມີບັນດາມາດຕະການ ແລະ ການກະທຳລະອຽດຄືປະຕິບັດລະບອບລະບຽບການ ແລະ ນະໂຍບາຍລົງທຶນໃຫ້ສົມບູນແບບ, ເພີ່ມທະວີລັກສະນະເປັນປົກກະຕິ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ. ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍົກລະດັບພື້ນຖານໂຄງລ່າງ, ພິເສດແມ່ນ logistics, ພະລັງງານ ແລະ ພື້ນຖານໂຄງລ່າງເຂດອຸດສາຫະກຳຕາມທິດທັນສະໄໝ - ສີຂຽວ - ອັດສະລິຍະ.  ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຕັກໂນໂລຢີທັນສະໄໝ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top