• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຶງດູດການລົງທຶນຢ່າງແຮງເຂົ້າແຂວງຕວຽນກວາງ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
           ຕອນ​ເຊົ້າ​ວັນ​ທີ 27/2, ຢູ່ ນະ​ຄອນ ຕວຽນ​ກວາງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ແຂວງ ຕວຽນ​ກວາງ​ປີ 2017. ທ່ານ ເຈົ໋າ​ວັນ​ເລີມ, ເລ​ຂາ​ຄະ​ນະ​ພັກ​ແຂວງ ໃຫ້​ຮູ້​ວ່າ: ແຂວງ ຖື​ຜົນ​ສຳ​ເລັດ ແລະ ຄວາມ​ວັດ​ທ​ະ​ນາ​ຖາ​ວອນ​ຂອງ ນັກ​ລົງ​ທຶນ ແມ່ນ​ຜົນ​ງານ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ແຂວງ, ຖື​ວິ​ສາ​ຫະ​ກິດ​ແມ່ນ​ເປົ້າ​ໝາຍ​ຮັບ​ໃຊ້. ສະ​ນັ້ນ ແຂວງ ພວມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ.
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ແຈ້ງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຊາບ​ກ່ຽວ​ກັ​ບ​ເລື່ອງ ລັດ​ຖະ​ບານ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ແກ້​ໄຂ​ຂໍ້​ສະ​ເຫນີ​ແນະ​ຂອງ​ແຂວງ ຕວຽນ​ກວາງ ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ແຂວງ​ໃນ​ວັນ​ທີ 26/2, ເພື່ອ​ແນ​ໃສ່​ຊຸກ​ຍູ້​ເສດ​ຖະ​ກິດ, ສັງ​ຄົມ​ກໍ​ຄື​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງ​ສະ​ດວກ​ໃຫ້​ແຂວງ. ໃນ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ແຂວງ​ຕວຽນ​ກວາງ​ກັບ​ເສັ້ນ​ທາງ​ຄວາມ​ໄວ​ສູງ ໂນ້ຍ​ບ່າຍ - ລາວ​ກາຍ ຕາມ​ຮູ​ບ​ການ​ຮ່ວມ​ມື​ພາກ​ເອ​ກະ​ຊົນ - ພາກ​ລັດ (PPP). ນີ້​ແມ່ນ​ບັນ​ດາ​ຈຸດ​ເດັ່ນ​ສຳ​ຄັນ​ເພື່ອ​ໃຫ້​ແຂວງ​ດຶງ​ດູດ​ການ​ລົງ​ທຶນ ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:
        “ລັດ​ຖະ​ບານ ຮຽກ​ຮ້ອງ​ແຂວງ ຕວຽນ​ກວາງ ສືບ​ຕໍ່​ປະ​ຕິ​ຮູບ​ການ​ປ່ຽນ​ໃຫມ່​ຢ່າງ​ແຮງ, ພິ​ເສດ ແມ່ນ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ກ່ອນ​ອື່ນ​ໝົດ​ແມ່ນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ແກ່​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຢ່າງ​ດີ.”
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ບັນ​ດາ​ນັກ​ລົງ​ທຶນ​ມີ​ຍຸດ​ທະ​ສາດ​ດຳ​ເນີ​ນ​ທຸ​ລະ​ກິດ​ຍາວ​ນານເຂົ້າ​ແຂວງ​ຕວຽ​ນກວາງ, ມີ​ວິ​ໄສ​ທັດ​ພັດ​ທະ​ນາ. ທີ່ກອງ​ປະ​ຊຸມ, ​ຜູ້​ຕາງ​ຫນ້າ​ແຂວງ​ຕວ​ຽນ​ກວາງ ແລະ ບັນ​ດາ​ນັກ​ລົງ​ທຶນ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການລົງ​ທຶນໃນ 6 ໂຄງ​ການ​ລົງ​ທຶນ ດ້ວຍຍອດ​ຈຳ​ນວນທຶນກວ່າ 18.600 ຕື້​ດົງ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top