• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາ ແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ

ວັນທີ 10 ເມສາ, ມະຫາວິທະຍາໄລຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ຈັດຕັ້ງການເລີ່ມປະຕິບັດໂຄງການ “ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ ຫວຽດນາມ”, ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມື ຫວຽດນາມ ແລະ ໂຮນລັງ.

ທ່ານ ຫວໍຕ໊ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ:baotainguyenmoitruong.vn)

ກ່າວຄຳເຫັນທີ່ພິທີເລີ່ມປະຕິບັດໂຄງການ, ທ່ານ ຫວໍຕ໊ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຕີລາຄາສູງບັນດາມະຫາວິທະຍາໄລ ໂຮນລັງ ແລະ ຫວຽດນາມ ຮ່ວມມືກັນຍົກສູງຄຸນນະພາບການສຶກສາ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດກ່ຽວກັບຊັບພະຍາກອນນ້ຳຕາມການກຳນົດທິດປະຕິບັດຕົວຈິງ, ຝຶກງານ ແລະ ເໝາະສົບກັບຕະຫລາດແຮງງານ ກໍ່ຄືຂົງເຂດນ້ຳເວົ້າສະເພາະ.

        ໂຄງການ “ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ ຫວຽດນາມ” ໂດຍລັດຖະບານ ໂຮນລັງ ອຸປະຖຳ, ໄລຍະປະຕິບັດແມ່ນແຕ່ປີ 2019 – 2021.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top