ຂ່າວສານ
ຍ້ອງຍໍຊົມເຊີຍ 50 ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ

ຕອນບ່າຍວັນທີ 21 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍໝູ່ຄະນະ, ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນວຽກງານຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄລຍະ 2018 – 2020. 50 ໝູ່ເຄະນະ ແລະ ສ່ວນບຸກຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາແບບຢ່າງດີເດັ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂົງເຂດການຮ່ວມມື, ຄົ້ນຄວ້າ, ສິດສອນ, ບຳລຸງກໍ່ສ້າງ ແລະ ເຂົ້າຮ່ວມວຽກງານກຸສົນສັງຄົມ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ທີ່ນະຄອນ ໂຮ່ຈີມິນ ແຕ່ປີ 2018 – 2020.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍຖືເປັນສຳຄັນ, ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ປີ 2020, ຈຳນວນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບຄືນເມືອປະເທດ ແມ່ນຫຼາຍທີ່ສຸດ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນ. ປັດຈຸບັນ, 60 – 70% ຈໍານວນເງິນທຶນຂອງຊາວຕ່າງປະເທດສົ່ງມາ ໄດ້ລົງທຶນເຂົ້າໃນການຜະລິດດຳເນີນທຸລະກິດ ຢູ່ ຫວຽດນາມ. ບັນດານັກຊ່ຽວຊານ, ປັນຍາຊົນ ກໍຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນ, ຊ່ວຍໃຫ້ນະຄອນ ໂຮ່ຈີມິນ ໃນການຜັນຂະຫຍາຍບັນດາລາຍການກະໂດດຂັ້ນໂດຍ ກອງປະຊຸມໃຫຍ່ອົງຄະນະພັກນະຄອນ, ອາຍຸການທີ 9 ແລະ ທີ 10, ໄລຍະ 2010 - 2020 ໄດ້ວາງອອກ./.
(ແຫຼ່ງຄັດຈາກ VOV)