ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ ແລະ ກູບາ ທາງອອນລາຍ
ປີ 2020 ເປັນປີທີ່ມີຄວາມໝາຍພິເສດ ເມື່ອ ຫວຽດນາມ ແລະ ກູບາ ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຢ່າງເປັນທາງການ - ເຊິ່ງເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຟ້າມຮົ່ງຮ່າ ຢັ້ງຢືນວ່າ:
“ໃນປີ 2020, ສາມາດເວົ້າໄດ້ວ່າ, ສອງຝ່າຍ ໄດ້ພະຍາຍາມຢ່າງສຸດຂີດ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາໃນບົດບັນທຶກກອງປະຊຸມຄັ້ງທີ 37. ສອງຝ່າຍສືບຕໍ່ຮັກສາການປະຕິບັດບົດບັນທຶກທີ່ໄດ້ລົງນາມ ແລະ ຊອກຫາເນື້ອໃນໃໝ່ໃນການຮ່ວມມືໃນຂົງເຂດການເງິນ, ທະນາຄານ, ການຄ້າ, ການລົງທຶນ, ການກໍ່ສ້າງ, ຄົມມະນາຄົມຂົນສົ່ງ, ສັງຄົມ, ວັດທະນະທຳກິລາ, ການທ່ອງທ່ຽວ ແລະວິທະຍາສາດເຕັກໂນໂລຢີ”.
ປີ 2021, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດມາດຕະການຢ່າງລະອຽດ ເພື່ອປະຕິບັດສັນຍາການຄ້າ ຫວຽດນາມ - ກູບາ ໃຫ້ມີປະສິດທິຜົນ,ໃຫ້ບຸລິມະສິດຢ່າງສຸດຂີດ ເພື່ອຍົກສູງວົງເງິນການຄ້າສອງສົ້ນ, ສູ້ຊົນໃຫ້ບັນລຸໄດ້ລະດັບ 500 ລ້ານ USD ໃນປີ 2025.
(ແຫຼ່ງຄັດຈາກ VOV)