• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ລະ​ດັບ​ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ​ ໂຮ່​ຈີ​ມິນ 2024

ເປັນຄັ້ງທຳອິດທີ່ເຫດການມຸ່ງໄປເຖິງເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງ, ບໍ່ພຽງແຕ່ ອີງຕາມຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງຮັບປະກັນຄວາມກົມກຽວກັບບັນດາຄຸນຄ່າກ່ຽວກັບວັດທະນະທຳ, ສັງຄົມ ແລະ ສິ່ງແລດລ້ອມອີກດ້ວຍ.
ນອກຈາກບັນດາການເຄື່ອນໄຫວວາງສະແດງການຄ້າ, ງານຕະຫຼາດນັດກໍ່ສຸມໃສ່ຊຸກຍູ້ໂອກາດຮ່ວມມື, ພັດທະນາການທ່ອງທ່ຽວແບບຍືນຍົງ (ພາບ:ຕີຮວຽນ)

ງານຕະຫຼາດນັດການທ່ອງທ່ຽວສາກົນ ນະຄອນໂຮ່ຈີມິນ ຄັ້ງທີ 18 ປີ 2024 (ITE HCMC 2024) ຈະດຳເນີນໃນວັນທີ 5 – 7 ກັນຍາ ດ້ວຍຫົວຂໍ້ “ການທ່ອງທ່ຽວແບບຍືນຍົງ - ສ້າງອະນາຄົດ”. ນີ້ແມ່ນຂໍ້ມູນໄດ້ຍົກອອກມາໃນການຖະແຫຼງຂ່າວປະກາດເຫດການໂດຍພະແນກການທ່ອງທ່ຽວ ນະຄອນໂຮ່ຈີມິນຈັດຂຶ້ນໃນຕອນບ່າຍວັນທີ 15 ສິງຫາ.

ຕາມຜູ້ຕາງໜ້າຄະນະຈັດຕັ້ງແລ້ວ, ເປັນຄັ້ງທຳອິດທີ່ເຫດການມຸ່ງໄປເຖິງເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງ, ບໍ່ພຽງແຕ່ ອີງຕາມຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງຮັບປະກັນຄວາມກົມກຽວກັບບັນດາຄຸນຄ່າກ່ຽວກັບວັດທະນະທຳ, ສັງຄົມ ແລະ ສິ່ງແລດລ້ອມອີກດ້ວຍ. ນີ້ແມ່ນການກຳນົດທິດຍຸດທະສາດຂອງຂະແໜງການທ່ອງທ່ຽວນະຄອນໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ດັ່ງນັ້ນ, ນະຄອນໂຮ່ຈີມິນ ມານະພະຍາຍາມຍົກລະດັບງານຕະຫຼາດນັດ ITE HCMC ປີນີ້ຂຶ້ນສູ່ລະດັບພາກພື້ນ, ເພື່ອອາດຈະເຕົ້າໂຮມການເຂົ້າຮ່ວມ, ເຊື່ອມຕໍ່ຂອງທຸກຄູ່ຮ່ວມມືພາຍໃນປະເທດ ແລະ ສາກົນ ທີ່ມີຜົນກະທົບທີ່ໃຫຍ່ຫຼວງ, ເພື່ອມຸ່ງໄປເຖິງການສ້າງເປົ້າໝາຍນີ້. ຕາມນັ້ນແລ້ວ, ເປັນຄັ້ງທຳອິດ ITE HCMC ປີນີ້ຈະຕ້ອນຮັບບັນດາກຸ່ມບໍລິສັດການທ່ອງທ່ຽວສາກົນ ທີ່ມີຊື່ສຽງໃນໂລກຄື: Flight Center Travel Group, ບໍລິສັດ Intrepid (ອົດສະຕາລີ) ຫຼື ບໍລິສັດທ່ອງທ່ຽວ lCollette, Exim Tour ຂຶ້ນກັບກຸ່ມບໍລິສັດ DERTour ຢູ່ເອີລົບ... ເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top