• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນວຽກງານສົມທົບລະຫວ່າງປະທານປະເທດ ແລະ ຄະນະປະຈຳສະພາແຫ່ງຊາດ

ຕອນບ່າຍວັນທີ 30 ມີນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານຮ່ວມກອງປະຊຸມກ່ຽວກັບວຽກງານສົມທົບກັນລະຫວ່າງປະທານປະເທດ ແລະ ຄະນະປະຈຳສະພາແຫ່ງຊາດ.
  ທ່ານປະທານສະພາແຫງຊາດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫງຊາດ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ວຽກງານສົມທົບກັນລະຫວ່າງປະທານປະເທດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນໄລຍະຜ່ານມາບັນລຸໄດ້ຜົນງານທີ່ຕັ້ງໜ້າ, ຮອບດ້ານໃນທຸກແງ່ມູນຂອງການປະຕິບັດງານ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງປະທານປະເທດ, ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານຫງວຽນຊວັນຟຸກ ເນັ້ນໜັກວາ ສະພາແຫ່ງຊາດຄວນສືບຕໍ່ເສີມຂະຫຍາຍທີ່ຕັ້ງບົດບາດຂອງຕົນໃນວຽກງານສ້າງຂອບນິຕິກຳຢ່າງແຮງກ່ວາອີກ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ... ທ່ານກ່າວວ່າ:

ພວກເຮົາກຳນົດການພົວພັນລະຫວ່າງປະທານປະເທດ ແລະ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແມ່ນການພົວພັນສົມທົບກັນປະຕິບັດງານ ພາຍໃຕ້ການນຳພາຂອງພັກ, ການຈັດແບ່ງວຽກງານຂອງສູນກາງ, ກົມການເມືອງ, ຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ. ປະທານປະເທດຍາມໃດກໍ່ມີຄວາມປາດຖະໜາກຢາກສົມທົບ, ຮ່ວມມືກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງ ເພື່ອປະຕິບັດບັນດາໜ້າທີ່ຢ່າງມີປະສິດທິຜົນ.

ທ່ານປະທານປະເທດກໍ່ມີຄວາມປາດຖະໜາຢາກສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໃນວິວັດການກໍ່ສ້າງ, ປະຕິບັດກົດໝາຍ, ລັດຖະບັນຍັດ ແລະ ມະຕິດ້ວຍທັດສະນະຖືປະຊາຊົນເປັນໃຈກາງ, ປະຊາຊົນເປັນເຈົ້າກຳຂອງການພັດທະນາ, ເຈົ້າກຳຂອງການຕິດຕາມກວດກາ, ພິເສດແມ່ນໃນບັນຫາກ່ຽວກັບແມ່ຍິງ ແລະ ເດັກນ້ອຍ.


(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top