• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງບົດບາດຂອງແນວໂຮມປະເທດຊາດໃນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ

      ຕອນເຊົ້າວັນທີ 06 ສິງຫາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ ແນວໂຮມປະເທດຊາດ ຫວຽດນາມ ປະຕິບັດວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍເຂດພາກໃຕ້.

ຍົກສູງບົດບາດຂອງແນວໂຮມປະເທດຊາດໃນວຽກງານສະກັດກັ້ນ,
ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ (ພາບ: TTXVN)
      ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນ ໂຮ່ຈີມິນ; ທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມສຳມະນາ.
        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ແນວໂຮມທຸກຂັ້ນໄດ້ຍົກສູງກຳລັງຄວາມສາມາດປະກອບຄຳເຫັນ, ໄຈ້ແຍກຕີລາຄາສັງຄົມ, ປະກອບສ່ວນປັບປຸງກົນໄກ, ກົດໝາຍກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ. ແນວໂຮມທຸກຂັ້ນ ຕັ້ງໜ້າປະຕິບັດບັນດາລາຍການສົມທົບຕິດຕາມກວດກາ, ໃນເບື້ອງຕົ້ນເອົາໃຈໃສ່ເຂົ້າບັນດາເນື້ອໃນ, ຂົງເຂດທີ່ມີຄວາມສະດຸ້ງໄວ, ອາດຈະເກີດການສໍ້ລາດບັງຫລວງ, ການຟຸມເຟືອຍໄດ້ງ່າຍ, ກໍ່ຄວາມສັບສົນຫຍຸ້ງຍາກໃຫ້ປະຊາຊົນ ແລະ ວິສາຫະກິດ, ສະເໜີບັນດາອົງການທີ່ມີສິດອຳນາດແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top