• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງຄຸນນະພາບຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ຢູ່ເມືອງ ແທກເທີດ

ຫວ່າງມໍ່ໆມານີ້, ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ສົມທົບກັບຄະນະຊີ້ນຳເມືອງ ແທກເທີດ ປະຕິບັດການຄຸ້ມຄອງຄຸນນະພາບອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນຳ້ 6 ເດືອນຕົ້ນປີ 2022 ແລະ ບັນດາໜ້າທີ່ຕົ້ນຕໍ 6 ເດືອນສຸດທ້າຍຂອງປີ 2022.

ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ກວດກາ​ເລກ 2 ຂອງ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ຄະນະ​ຊີ້​ນຳ​ເມືອງ ແທກເທີດ ປະຕິບັດ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບອຸປະກອນ​ກະສິກຳ ​ແລະ ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ຂອງ​ຜະລິດຕະພັນກະເສດ - ປ່າ​ໄມ້ - ສິນໃນນຳ້ 6 ​ເດືອນ​ຕົ້ນ​ປີ 2022 ​ແລະ ບັນດາ​ໜ້າ​ທີ່​ຕົ້ນຕໍ 6 ເດືອນ​ສຸດ​ທ້າຍ​ຂອງ​ປີ 2022.

ປະຈຸ​ບັນ, ຢູ່​ເມືອງ​ ແທກເທີດ ມີ​ສະຖານ​ທີ່​ຜະລິດ ​ແລະ ຄ້າຂາຍຜະລິດ​ຕະ​ພັນ​ກະເສດ - ປ່າ​ໄມ້ - ສິນໃນນຳ້ 29 ​ແຫ່ງ, ສະຖານ​ທີ່ເຮັດທຸລະ​ກິດ 448 ​ແຫ່ງ (ບ້ານ) ​ແລະ ​ຮ້ານ​ຄ້າຂາຍ​ອຸປະກອນ​ກະສິກຳ 45 ຮ້ານ. ​ໃນ 6 ເດືອນ​ຕົ້ນ​ປີ 2022, ​ເມືອງ ​ແທກເທີດ ​ໄດ້​ສົມທົບ​ກັບ​ສູນ​ພັດທະນາ​ກະສິກຳ ຮ່າ​ໂນ້ຍ ຜັນ​ຂະຫຍາຍ​ໂຄງການຜະລິດເຂົ້າ​ເປັນ​ສິນຄ້າ​ຄຸນ​ນະພາ​ບສູງ​ຕາມ​ມາດຖານ VietGAP ຢູ່ 02 ຕາ​ແສງ ເຮືອງຫງາຍ ​ແລະ ​ແກງເນົ້າ ດ້ວຍ​ເນື້ອ​ທີ່ 60 ​ເຮັກຕາ, ຮູບ​ແບບ​ການ​ປູກ​ໝາກ​ສົ້ມໂອ​ຕາມ​ມາດ​ຕະ​ຖານ VietGAP ຢູ່​ຕາ​ແສງ ອຽນບິ່ງ ດ້ວຍ​ເນື້ອ​ທີ່ 20 ເຮັກ​ຕາ. ນອກ​ນີ້, ​ເມືອງ ​ໄດ້​ສົມທົບ​ກັບ​ກົມ​ຜະລິດ ​ແລະ ປ້ອງ​ກັນ​ພືດ​ນະຄອນ ຮ່າ​ໂນ້ຍ ປະຕິບັດ​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິຊາ​ການ​ໃນ​ການ​ຜະລິດ​ຜັກ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ເຊັ່ນ: ປະຕິບັດ​ຮູບ​ແບບ​ການ​ຄຸ້ມ​ຄອງ​ສັດຕູ​ພືດ​ແບບ​ເຊື່ອມ​ໂຍງ​ເຂົ້າກັນ​ຢູ່​ຕາ​ແສງ ເຮືອງຫງາຍ, ຜັນ​ຂະຫຍາຍ​ການນຳໃຊ້ຝຸ່ນ​ຊີວະ​ພາບ​ໃສ່​ຜັກ...

ກ່ຽວ​ກັບ​ການ​ລ້ຽງ​ສັດ, ເມືອງ​ໄດ້​ສົມທົບ​ກັບ​ສູນ​ສົ່ງ​ເສີມ​ກະ​ສີ​ກຳ​ເມືອງ ຜັນ​ຂະຫຍາຍ​ຮູບ​ແບບ​ການ​ລ້ຽງ​ໄກ່​ຂົນ​ສີ​ເປັນ​ການ​ຄ້າ​ຕາມ​ທິດ VieGAP ຕິດ​ພັນ​ກັບ​ການ​ບໍລິ​ໂພ​ກຜະລິດ​ຕະ​ພັນ​ໃນ​ຂອບ​ເຂດ 10.000 ໂຕ​ຢູ່​ຕາ​ແສງ ຮ້າບັ່ງ ​ແລະ ​ລ້າຍເຖື້ອງ. ຄຽງ​ຄູ່​ກັບ​ການ​ພັດທະນາ​ການ​ປູກຝັງ ​ແລະ ລ້ຽງສັດ, ​ເມືອງ ແທກເທີດ ສືບ​ຕໍ່​ຮັກສາ​ລະບົບຕ່ອງ​ໂສ້​ສະຫຼອງສະບຽງ​ອາຫານ, ຜະລິດຕະພັນກະເສດ - ປ່າ​ໄມ້ - ສິນໃນນຳ້ ​ທີ່​ປອດ​ໄພ. ຜະລິດຕະພັນຂອງລະບົບຕ່ອງໂສ້ສະໜອງໄດ້ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜະລິດຕະພັນທີ່ປອດໄພສຳລັບເຮືອນຄົວລວມ, ສະຖານທີ່ບໍລິການອາຫານ ແລະ ຄວາມຕ້ອງການປະຈໍາວັນຂອງຜູ້ບໍລິໂພກໃນເມືອງ.

   

ທ່ານ ຫງວຽນ​ດິງ​ດາງ, ຮອງ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ສັດຕະວະ​ແພດ, ຫົວໜ້າ​ຄະນະ​ກວດກາ​ເລກ 2.

    

ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ຈັດກອງປະຊຸມຕີລາຄາການຄຸ້ມຄອງຄຸນນະພາບ, ວັດຖຸອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ໃນ 6 ເດືອນຕົ້ນປີ ຢູ່ເມືອງ ແທກເທີດ.

   

ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ຈັດກອງປະຊຸມຕີລາຄາການຄຸ້ມຄອງຄຸນນະພາບ, ວັດຖຸອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ໃນ 6 ເດືອນຕົ້ນປີ ຢູ່ເມືອງ ແທກເທີດ.

ໝາກຜົນ​ຂອງ​ການ​ໂຄສະນາ​ອົບຮົມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ໄດ້​ຮັບ​ການ​ຂະຫຍາຍ​ພັນ​ຢ່າງ​ກວ້າງຂວາງ​ຢູ່​ເມືອງ, ​ໃນ​ນັ້ນ​ ເມືອງ​ໄດ້​ຈັດ​ຊຸດ​ອົບຮົມ​ຄວາມ​ຮູ້​ຄວາມ​ປອດ​ໄພ​ອາຫານ​ໃຫ້​ປະຊາຊົນ 11.000 ກວ່າ​ຄອບຄົວ ​ເຊິ່ງ​ແມ່ນ​ຄອບຄົວ​ຜະລິດ, ປຸງ​ແຕ່ງ, ຄ້າຂາຍ​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນຳ້ ແລະ ຜູ້​ບໍລິ​ໂພ​ກ, ​ໄດ້​ມອບ​ໃບ​ຢັ້ງຢືນ Viet GAP ​ໃຫ້​ກວ່າ 180 ​ຄອບ​ຄົວ​ຜະລິດ​ພືດ, ສິນ​ໃນ​ນ້ຳ ​ແລະ ການ​ຄ້າ​ຜະລິດ​ຕະພັນ​ກະ​ເສດ​ຢູ່​ຕາ​ແສງ ຢີເນົ້າ ​ແລະ ແກງເນົ້າ, ​ເຮືອງຫງາຍ. 7 ​ແຫ່ງ​ທີ່​ມີ 60 ຜະລິດ​ຕະພັນ (​ຜັກ​ຂອງ​ສະຫະກອນ​ກະ​ສີ​ກຳ​ ເຮືອງຫງາຍ; ເຂົ້າໜົມຖົ່ວຂຽວ ຂອງ​ຕາ​ແສງ ດ້າຍດົ່ງ; ເຂົ້າໜົມແປ້ງເຂົ້າໜຽວ ຂອງ​ຕາ​ແສງ ແທກສາ; ຜັກ​ຂອງ​ຟາມ ຮວາວຽນ; ໝາກ​ສົ້ມໂອ ​ຂອງ​ຕາ​ແສງ ຝູ໋ກິມ...) ​ໄດ້​ເຂົ້າ​ຮ່ວມ​ລະບົບ​ຕິດຕາມ​ກວດກາ​ຕົ້ນ​ກຳ​ເນີ​ດ ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ​ໂດຍ​ລະ​ຫັດ QR​.

    

ຟາມຜັກປອດສານພິດ ຮວາວຽນ ຢູ່ໝູ່ບ້ານ ຢຸກ, ຕາແສງ ອຽນບິ່ງ, ເມືອງ ແທກເທີດ, ຮ່າໂນ້ຍ ໄດ້ເຂົ້າຮ່ວມລະບົບການຕິດຕາມຜົນກະເສດດ້ວຍ QR code. ຮູບພາບ: ເອກະສານ

   

ການ​ປູກ​ໝາກ​ສົ້ມໂອຢູ່​ ຝູ໋ກິມ, ແທກເທີດ ​ຕາມ​ມາດຕະຖານ VietGAP. ຮູບພາບ: ເອກະສານ

ພາຍຫຼັງ​ໄລຍະ​ກວດກາ​ຕາມ​ມະຕິ​ເລກທີ 1072/QD-SNN ລົງ​ວັນ​ທີ 8 ກໍລະກົດ 2022 ຂອງ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຮ່າ​ໂນ້ຍ, ​ໄດ້​ປະຕິບັດບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ຜູ້​ບໍລິ​ໂພ​ກມີ​ຄວາມ​ຮັບ​ຮູ້​ທີ່​ດີ​ກວ່າ​ໃນ​ການ​ເລືອກ​ເຟັ້ນຜະ​ລິດ​ຕະ​ພັນ​ອາ​ຫານທີ່ປອດໄພ​. ໃນໄລຍະຈະມາເຖິງ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ຈະເພີ່ມທະວີການໜູນຊ່ວຍໃນການເກັບຕົວຢ່າງເພື່ອທົດສອບ ແລະ ວິເຄາະ ບັນດາມາດຕະຖານ ຄຸນນະພາບຂອງຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນຳ້; ການ​ຝຶກ​ອົບ​ຮົມ ແລະ ສ້າງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ວັດ​ຖຸ​ກະ​ສິ​ກຳ ແລະ ຄວາມ​ປອດ​ໄພ​ສະ​ບຽງ​ອາ​ຫານ​ຂອງ​ຜະລິດຕະພັນກະເສດ, ປ່າ​ໄມ້ ແລະ ສິນໃນນຳ້ ຈາກ​ເມືອງ​ເຖິງ​ຕາ​ແສງ.

ປະຕິບັດ: ບິກເວີນ - ແຄ໋ງລອງ/VNP

 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top