• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກວົງເງິນການຄ້າ ຫວຽດນາມ - ສ.ເກົາຫລີ ຂຶ້ນລະດັບ 100 ຕື້ USD

      ສອງປະເທດ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ ເກົາຫລີ ພວມນຳຫນ້າກ່ຽວກັບການລົງທຶນຢູ່ຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha 
ພາບ:VGP/Quang Hieu
      ຕອນບ່າຍວັນທີ 17 ກັນຍາ ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17- 18 ກັນຍາ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ສອງປະເທດ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ ເກົາຫລີ ພວມນຳຫນ້າກ່ຽວກັບການລົງທຶນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເຫນີ :  ປີນີ້ ສອງປະເທດສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ພ້ອມທັງຍູ້ແຮງບັນດາຂົງເຂດຮ່ວມມືອື່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກໃຫ້ ສເກົາຫລີ ຫລຸດຜ່ອນ, ກ້າວໄປເຖິງການລົບລ້າງບັນດາເງື່ອນໄຂຜູກມັດສຳລັບບ້ວງເງິນກູ້ຫນູນຊ່ວຍການພັດທະນາທາງການ (ODA), ບ້ວງເງິນກູ້ບຸລິມະສິດ, ເປີດກວ້າງບັນດາບ້ວງເງິນຊ່ວຍເຫລືອລ້າໃຫ້ແກ່ຫວຽດນາມ; ເພີ່ມການຮັບແຮງງານຫວຽດນາມ, ຫນູນຊ່ວຍປະຊາຄົມຊາວຫວຽດນາມຢູ່ ສເກົາຫລີ.
ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ສເກົາຫລີ Kang Kyung Wha ໃຫ້ຮູ້ວ່າ: ສ ເກົາຫລີ ພ້ອມແລ້ວສ້າງເງື່ອນໄຂສະດວກໃຫ້ແກ່ ຊາວຫວຽດນາມ ເຂົ້າເມືອງ ສເກົາຫລີ  ແລະ ປາດຖະຫນາວ່າ ສອງປະເທດ ເປັນເອກະພາບຂັ້ນຕອນເຂົ້າເມືອງແບບພິເສດ ເພື່ອສ້າງເງື່ອນໄຂໃຫ້ນັກຊ່ຽວຊານ, ນັກຄຸ້ມຄອງ, ວິສາຫະກິດ ສເກົາຫລີ ໄດ້ຮັບການອະນຸຍາດເຂົ້າມາຫວຽດນາມ ດ້ວຍລະບຽບການ, ຂັ້ນຕອນກະທັດລັດກວ່າ. ທ່ານນາງ ກໍ່ປາດຖະຫນາຢາກສອງປະເທດລົງນາມໃນສັນຍາກ່ຽວກັບປະກັນສັງຄົມ ເພື່ອຮັບປະກັນສິດຜົນປະໂຫຍດໃຫ້ແກ່ຄົນງານກວ່າອີກ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top