• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຈັດສັນການຈັດຕັ້ງກົງຈັກລະບົບການເມືອງ

ຕອນເຊົ້າວັນທີ 19 ພະຈິກ ຢູ່ສຳນັກງານສູນກາງພັກ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ, ຫົວໜ້າຄະນະຊີ້ນຳສູນກາງໄດ້ເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບການຜັນຂະຫຍາຍມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບຫຼາຍບັນຫາສືບຕໍ່ປ່ຽນແປງໃໝ່ ແລະ ຈັດສັນການຈັດຕັ້ງກົງຈັກລະບົບການເມືອງໃຫ້ກະທັດລັດແລະ ເຄື່ອນໄຫວຢ່າງມີປະສິດທິພາບ ປະສິດທິຜົນ.
ກອງປະຊຸມຄັ້ງທຳອິດຂອງຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບການຜັນຂະຫຍາຍມະຕິເລກທີ 18

ກ່າວຄຳເຫັນທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ: ການປ່ຽນແປງໃໝ່ຈັດສັນການຈັດຕັ້ງກົງຈັກລະບົບການເມືອງໃຫ້ກະທັດລັດ, ເຂັ້ມແຂງ, ແທດຈິງ ແລະ ມີປະສິດທິຜົນແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງສະພາບການໃນປະຈຸບັນ; ນີ້ກໍ່ແມ່ນວຽກງານສຳຄັນພິເສດທີ່ໄດ້ຮັບຄວາມສົນໃຈຈາກປະຊາຊົນ. ທ່ານເລຂາທິການໃຫຍ່ກ່າວວ່າ, ຫວ່າງມໍ່ໆມານີ້, ກົມການເມືອງໄດ້ເຫັນດີເປັນເອກະສັນກັນດ້ວຍຄວາມຕັດສິນໃຈທາງດ້ານການເມືອງຢ່າງແຂງແຮງເພື່ອປະຕິບັດແຜນນະໂຍບາຍສະຫຼຸບມະຕິ18 ໃນທົ່ວລະບົບການເມືອງເພື່ອເປັນພື້ນຖານວາງນະໂຍບາຍຊີ້ຂາດປ່ຽນແປງໃໝ່ໃນການຈັດສັນການຈັດຕັ້ງກົງຈັກລະບົບການເມືອງໃຫ້ກະທັດລັດ ມີປະສິດທິຜົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດໃນໄລຍະໃໝ່. 

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top