• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍື່ນ​ສະ​ເໜີ ແຜນ​ນະ​ໂຍ​ບາຍ​ປັບ​ປຸງ​ການ​ວາງ​ແຜນ​ຜັງ​ນຳ​ໃຊ້ທີ່​ດິນ​ແຫ່ງ​ຊາດສະ​ພາ​ແຫ່ງ​ຊາດ

ໃນຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຄວາມຍຸຕິທຳສຳລັບຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ.
ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດດຶກຢຸຍ ກ່າວຄຳເຫັນທີ່ກອງປະຊຸມ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ຮັບຟັງທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດດຶກຢຸຍ ທີ່ໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ ສະເໜີໃບສະເໜີກ່ຽວກັບການປັບປຸງການວາງແຜນຜັງນຳໃຊ້ທີ່ດິນແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຕາມທ່ານ ໂດດຶກຢຸຍແລ້ວ, ເລື່ອງລັດຖະບານຍື່ນສະເໜີສະພາແຫ່ງຊາດ ຕັດສິນກ່ຽວກັບແຜນນະໂຍບາຍປັບປຸງການວາງແຜນຜັງນຳໃຊ້ທີ່ດິນແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV ແມ່ນຈຳເປັນທີ່ສຸດເພື່ອໃຫ້ລັດຖະບານມີເວລາຢ່າງພຽງພໍເພື່ອປະຕິບັດການຈັດຕັ້ງ, ສ້າງ, ປະເມີນຜົນ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາໃນກອງປະຊຸມສະໄໝສາມັນທ້າຍປີ 2025, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຄວາມຍຸຕິທຳສຳລັບຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ. ຕອນບ່າຍວັນທີ 23 ຕຸລາ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັງປຸງ).

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top