• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍື່ນ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ ​​ທ່ານ ເຈິ່​ນ​ຮົ່ງ​ຮ່າ ແລະ​ ທ່ານເຈິ່ນ​ລຶວກວາງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຕາມນັ້ນແລ້ວ, ທ່ານເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ເຈິ່ນລິວກວາງ, ຮອງເລຂາພັກນະຄອນ ຫ໋າຍຝ່ອງ ໂດຍສະພາແຫ່ງຊາດຮັບຮອງຜ່ານແຕ່ງຕັ້ງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແທນໃຫ້ທ່ານ ຟ້າມບິງມິງ ແລະ ທ່ານຫວູດຶກດາມ.
  ທ່ານ ເຈິ່ນຮົ່ງຮ່າ ແລະ ທ່ານເຈິ່ນລຶວກວາງ (ພາບ: VOV)  

ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ພາຍຫຼັງໃຫ້ສັດຕະຍາບັນເລື່ອງທ່ານຟ້າມບິງມິງ ແລະ ທ່ານ ຫວູດຶກດາມ ພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ສຳລັບ, ໃນກອງປະຊຸມວິສາມັນຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ XV ໄດ້ໃຫ້ສັດຕະຍາບັນການແຕ່ງຕັ້ງບຸກຄະລາກອນດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ອາຍຸການ 2021 – 2026.

ຕາມນັ້ນແລ້ວ, ທ່ານເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ເຈິ່ນລິວກວາງ, ຮອງເລຂາພັກນະຄອນ ຫ໋າຍຝ່ອງ ໂດຍສະພາແຫ່ງຊາດຮັບຮອງຜ່ານແຕ່ງຕັ້ງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແທນໃຫ້ທ່ານ ຟ້າມບິງມິງ ແລະ ທ່ານຫວູດຶກດາມ. ທ່ານເຈິ່ນຮົ່ງຮ່າ ແລະ ທ່ານເຈິ່ນລຶວກວາງ ແມ່ນບຸກຄະລາກອນສອງຄົນ ໂດຍ ສູນກາງພັກ ໄດ້ປະກອບຄຳເຫັນຢູ່ກອງປະຊຸມວິສາມັນທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 30 ທັນວາ ປີ 2022 ເພື່ອໃຫ້ກົມການເມືອງຕັດສິນແນະນຳບຸກຄະລາກອນດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ຍື່ນສະເໜີຕໍ່ ສະພາແຫ່ງຊາດເພື່ອໃຫ້ສັດຕະຍາບັນດຳລົງຕຳແໜ່ງຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top