• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່​ປຸ່ນ ມອບ​ອຸ​ປະ​ກອນ​ການ​ແພດ​ຮັບ​ໃຊ້​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ​ - 19 ໃຫ້​ ຫວຽດ​ນາມ

ວັນທີ 9 ເມສາ, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ມອບອຸປະກອນການແພດໃຫ້ແກ່ໂຮງໝໍສູນກາງ ເຫວ້ ເພື່ອແນໃສ່ຕອບສະໜອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍດ່ວນ.
ຍີ່ປຸ່ນ ມອບອຸປະກອນການແພດຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ ໂຮງໝໍສູນກາງ ເຫວ້  (ພາບ: TTXVN)

ອົງການຮ່ວມມືສາກົນ ຍີ່ປຸ່ນ ໄດ້ມອບເຄື່ອງ ECMO, ເຄື່ອງຖ່າຍ ເອັກສະເລເຕັກນິກດີຈີຕອນເຄື່ອນທີ ແລະ ເຄື່ອງເອໂກ Doppler ລວມມູນຄ່າປະມານ 460.000 USD. ທ່ານສາດສະດາຈານ, ປະລິນຍາເອກ ຟ້າມຍືຮຽບ, ຜູ້ອຳນວຍການໂຮງໝໍສູນກາງ ເຫວ້ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຈະນຳບັນດາເຄື່ອງຈັກນີ້ເຂົ້າເຄື່ອນໄຫວໃຫ້ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ ໃຫ້ແກ່ຄົນເຈັບ. ຂອງຂວັນຂອງອົງການຮ່ວມມືສາກົນ ຍີ່ປຸ່ນ ທີ່ມອບໃຫ້ທາງໂຮງໝໍພວກຂ້າພະເຈົ້ານີ້ ໄດ້ປະກອບສ່ວນເຂົ້າໃນວິວັດການປ້ອງກັນ, ຕ້ານໂລກລະບາດຂອງ ຫວຽດນາມ ຢູ່ ເຫວ້ ເວົ້າສະເພາະ ກໍຄື ຂອງທົ່ວປະເທດເວົ້າລວມ”.

        ນັບແຕ່ປີ 2004 ມານີ້, ອົງການຮ່ວມມືສາກົນ ຍີ່ປຸ່ນ ໄດ້ໃຫ້ການໜູນຊ່ວຍຫຼາຍຢ່າງແກ່ໂຮງໝໍສູນກາງເຫວ້. ໂດຍສະເພາະແມ່ນຄົງການ “ຍົກລະດັບພື້ນຖານໂຄງລ່າງໂຮງໝໍສູນກາງ ເຫວ້”. 

 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top