• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

      ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Fumio Kishida, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງວັນທີ 08 – 10/05, ເປັນປະທານຮ່ວມກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືຫວຽດນາມ - ຍີ່ປຸ່ນ ແລະ ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ. 

(ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ພົບປະກັບທ່ານນາຍົກລັດຖະມົນຕີ Shinzo Abe)
      ໃນໄລຍະຢ້ຽມຢາມຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ມີການພົບປະກັບທ່ານນາຍົກລັດຖະມົນຕີ Shinzo Abe, ທ່ານປະທານສະພາຕ່ຳ Oshima Tadamori ແລະ ຕ້ອນຮັບປະທານອົງການຮ່ວມມືສາກົນຍີ່ປຸ່ນ ທ່ານ Kitaoka Shinichi.
        ທີ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມ ຄວາມປິຕິຊົມຊື່ນຕໍ່ໜ້າການພັດທະນາຢ່າງແຮງ ແລະ ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໃນຫຼາຍຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ. ທ່ານນາຍົກລັດຖະມົນຕີ Shinzo Abe, ທ່ານປະທານສະພາຕ່ຳ Oshima Tadamori ຢືນຢັນວ່າ, ຍີ່ປຸ່ນ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຈະໃຫ້ບຸລິມະສິດໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດ.
        ທີ່ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືຫວຽດນາມ - ຍີ່ປຸ່ນ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃນໄລຍະຜ່ານມາຢ່າງມີປະສິດທິຜົນ ແລະ ກະກຽມເນື້ອໃນເພື່ອຮັບປະກັນຜົນສຳເລັດແກ່ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງເປັນທາງການ ໃນໄລຍະຈະມາເຖິງ. 2 ຝ່າຍໄດ້ເຫັນດີຮັກສາບັນດາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງເປັນປະຈຳ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງສາຍພົວພັນຫວຽດນາມ - ຍີ່ປຸ່ນ ໃນປີ 2018.
        ທີ່ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເພີ່ມທະວີການສົມທົບກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນຄື: ກອງປະຊຸມສຸດຍອດອາຊີ (EAS), ອາຊຽນ, ASEM, ສະຫະປະຊາຊາດ…
        ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນຂອງປະຊາຄົມສາກົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ຫວ່າງມໍ່ໆມານີ້. 2 ຝ່າຍໄດ້ເຫັນດີກ່ຽວກັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ບັນດາຝ່າຍທີ່ກ່ຽວຂ້ອງບໍ່ຄວນມີການກະທຳກໍ່ຄວາມເຄັ່ງຕຶງຂຶ້ນຕື່ມ ແລະ ຫັນເປັນການເຄື່ອນໄຫວທາງທະຫານ ພາໄປເຖິງການປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ, ຊຸກຍູ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການດ້ານການທູດ ແລະ ກົດໝາຍຢ່າງຄົບຖ້ວນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ກໍຄືຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top