• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດ ຫວຽດນາມ ກໍ່ຖືທະນາຄານໂລກເປັນຄູ່ຮ່ວມມືພັດທະນາສຳຄັນ

ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ຕີລາຄາສູງການຮ່ວມເດີນທາງ, ການໜູນຊ່ວຍຊອງ WB ທີ່ສະຫງວນໃຫ້ແກ່ ຫວຽດນາມ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) ປະຈຳ ຫວຽດນາມ ທ່ານນາງ Carolyn Turk (ພາບ: VGP)  

ຍາມໃດ ຫວຽດນາມ ກໍ່ຖືທະນາຄານໂລກເປັນຄູ່ຮ່ວມມືພັດທະນາສຳຄັນ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ເມື່ອຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) ປະຈຳ ຫວຽດນາມ ທ່ານນາງ Carolyn Turk, ໃນຕອນບ່າຍວັນທີ 04 ເມສາ, ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ຕີລາຄາສູງການຮ່ວມເດີນທາງ, ການໜູນຊ່ວຍຊອງ WB ທີ່ສະຫງວນໃຫ້ແກ່ ຫວຽດນາມ. ທ່ານຫວັງວ່າ ໃນໄລຍະຈະມາເຖິງ ການພົວພັນຄູ່ນຮ່ວມມື ຫວຽດນາມ - WB ສືບຕໍ່ພັດທະນາຫຼາຍກວ່າອີກ. ທ່ານກໍ່ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຈະຕັ້ງໜ້າສົມທົບກັບ WB ໃນການສ້າງກອບຄູ່ຮ່ວມມືແຫ່ງຊາດ (CPF) ເພື່ອກຳນົດທິດການພົວພັນຄູ່ຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະ 2023 – 2027, ປະກອບສ່ວນຊ່ວຍ ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອປະຕິບັດບັນດາເປົ້າໝາຍໃຫຍ່, ຄື: ບັນດາເປົ້າໝາຍພັດທະນາຮອດປີ 2045, ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອນອາຍພິດລົງ 0 ໃນປີ 2050 ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ…

ສ່ວນທ່ານນາງ Carolyn Turk, ຢືນຢັນວ່າ, WB ຈະສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ບົນເສັ້ນທາງພັດທະນາຈະມາເຖິງ, ພ້ອມແລ້ວຈະຕັ້ງໜ້າສ້າງບົດລາຍງານ ຫວຽດນາມ 2045 ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ບັນລຸບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ຫວຽດ​ນາມ ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ຕໍ່​ການ​ເພີ່ມ​ພູນ​ຄູນ​ສ້າງ, ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ຖື​ນີ້​ແມ່ນ​ການ​ພົວ​ພັນ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.

Top