ຂ່າວສານ

ຍາມໃດ ຫວຽດນາມ ກໍ່ຖືທະນາຄານໂລກເປັນຄູ່ຮ່ວມມືພັດທະນາສຳຄັນ

ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ຕີລາຄາສູງການຮ່ວມເດີນທາງ, ການໜູນຊ່ວຍຊອງ WB ທີ່ສະຫງວນໃຫ້ແກ່ ຫວຽດນາມ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) ປະຈຳ ຫວຽດນາມ ທ່ານນາງ Carolyn Turk (ພາບ: VGP)  

ຍາມໃດ ຫວຽດນາມ ກໍ່ຖືທະນາຄານໂລກເປັນຄູ່ຮ່ວມມືພັດທະນາສຳຄັນ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ເມື່ອຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) ປະຈຳ ຫວຽດນາມ ທ່ານນາງ Carolyn Turk, ໃນຕອນບ່າຍວັນທີ 04 ເມສາ, ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ຕີລາຄາສູງການຮ່ວມເດີນທາງ, ການໜູນຊ່ວຍຊອງ WB ທີ່ສະຫງວນໃຫ້ແກ່ ຫວຽດນາມ. ທ່ານຫວັງວ່າ ໃນໄລຍະຈະມາເຖິງ ການພົວພັນຄູ່ນຮ່ວມມື ຫວຽດນາມ - WB ສືບຕໍ່ພັດທະນາຫຼາຍກວ່າອີກ. ທ່ານກໍ່ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຈະຕັ້ງໜ້າສົມທົບກັບ WB ໃນການສ້າງກອບຄູ່ຮ່ວມມືແຫ່ງຊາດ (CPF) ເພື່ອກຳນົດທິດການພົວພັນຄູ່ຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະ 2023 – 2027, ປະກອບສ່ວນຊ່ວຍ ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອປະຕິບັດບັນດາເປົ້າໝາຍໃຫຍ່, ຄື: ບັນດາເປົ້າໝາຍພັດທະນາຮອດປີ 2045, ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອນອາຍພິດລົງ 0 ໃນປີ 2050 ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ…

ສ່ວນທ່ານນາງ Carolyn Turk, ຢືນຢັນວ່າ, WB ຈະສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ບົນເສັ້ນທາງພັດທະນາຈະມາເຖິງ, ພ້ອມແລ້ວຈະຕັ້ງໜ້າສ້າງບົດລາຍງານ ຫວຽດນາມ 2045 ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ບັນລຸບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ.

 


top