• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດປະເທດຊາດກໍ່ຕ້ອນຮັບບັນດາລູກຫຼານທີ່ຮັກແພງກັບເມືອບ້ານເກີດເມືອງນອນ

      ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ, ປີ 2017, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໄດ້ສາມັກຄີເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານສຳຄັນໃນທຸກໆຂົງເຂດ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2018” 
      ຕອນຄ່ຳວັນທີ 7 ກຸມພາ, ຢູ່ສູນກອງປະຊຸມແຫ່ງຊາດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງລາຍການສະແດງສິລະປະ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2018” ດ້ວຍຫົວຂໍ້ “ຫວຽດນາມ ສະຫວ່າງສະໄຫວໃນອະນາຄົດ”. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ, ປີ 2017, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໄດ້ສາມັກຄີເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານສຳຄັນໃນທຸກໆຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວວ່າ:
        ຖານະບົດບາດ ແລະ ກຳລັງແຮງຂອງປະເທດຊາດພວມໄດ້ຮັບການຍົກສູງຂຶ້ນ. ໃນຜົນງານລວມນັ້ນ, ມີການປະກອບສ່ວນອັນລ້ຳຄ່ານັບທັງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດຍາມໃດກໍ່ສາມັກຄີ, ຊ່ວຍເຫຼືອກັນບືນຕົວຂຶ້ນໃນຊີວິດການເປັນຢູ່, ຮັກສາສີສັນວັດທະນະທຳຂອງຊາດໄວ້ ແລະ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ນັບມື້ນັບມີຊາວ ຫວຽດນາມ ຫຼາຍຄົນອາໄສຢູ່ຕ່າງປະເທດ, ພິເສດແມ່ນລຸ່ນໜຸ່ມທຳມາຫາກິນປະສົບຜົນສຳເລັດໃນຂົງເຂດການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ເສດຖະກິດ - ວັດທະນະທຳ - ສັງຄົມ, ເຊິ່ງໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈຳຖິ່ນ, ປະກອບສ່ວນສ້າງຊື່ສຽງຮຽງນາມຊາດ ຫວຽດນາມ ຕື່ມອີກ.
        ທ່ານປະທານປະເທດ ເຈ່ີນດ້າຍກວາງ ຢັ້ງຢືນວ່າ: ສຳລັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ສາອາດຕັດແຍກອອກຈາກກັນໄດ້. ປະເທດຊາດຍາມໃດກໍ່ຕ້ອນຮັບບັນດາລູກຫຼານທີ່ຮັກແພງກັບ ປະເທດ. ທ່ານປະທານປະເທດ ປາຖະໜາວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ຮ່ວມແຮງຮ່ວມໃຈກັນສ້າງສາປະເທດ ຫວຽດນາມ ໃຫ້ຮັ່ງມີ,ເຂັ້ມແຂງ, ມີທີ່ຕັ້ງເໝາະສົມໃນເວທີສາກົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຕື່ມອີກວ່າ:
        ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ມີຫຼາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ແຜນນະໂຍບາຍສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອໃຫ້ຊາວ ຫວຽດນາມ ແຕ່ລະຄົນ ທັງຢູ່ພາຍໃນ ກໍ່ຄືຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈກັນ ອ່ວາຍໜ້າເມືອຫາປະເທດຊາດ. ບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ ກໍ່ມີຄວາມມານະພະຍາຍາມ, ມີມາດຕະການທີ່ດີເພື່ອປົກປ້ອງພົນລະເມືອງ, ປົກປັກຮັກສາສິດຜົນປະໂຫຍດ, ຊີວິດ, ຊັບສິນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງທັນການ, ໜູນຊ່ວຍປະຊາຄົມໃນບັນດາການເຄື່ອນໄຫວຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ມູນເຊື້ອຂອງຊາດ ຫວຽດນາມ, ພິເສດແມ່ນໃນການສອນ ແລະ ຮຽນພາສາ ຫວຽດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top