• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາດ​ຕິ​ພີ່​ນ້ອງ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ພາກ​ພູມ​ໃຈ ໄດ້ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

ຕອນຄ່ຳວັນທີ 4 ມັງກອນ, ສະຖານທູດຫວຽດນາມ ປະຈຳ ສິງກະໂປ ຈັດຕັ້ງບຸນປີໃໝ່ ຕ້ອນຮັບ ລະດູບານໃໝ່ປົງ ປີແມວ ປີ 2023 ດ້ວຍການເຂົ້າຮ່ວມຂອງຍາດຕິພີ່ນ້ອງຊາວຫວຽດກ່ຽວ, ພ້ອມກັບໝູ່ຄະນະອົງການຜູ້ຕາງໜ້າ ແລະ ຄອບຄົວ, ຊາວຫວຽດນາມທີ່ກຳລັງດຳລົງຊີວິດ, ເຮັດວຽກ ແລະ ສຶກສາຢູ່ປະເທດປະຈຳຖິ່ນ.
  ການຕ້ອນຮັບບຸນປີໃໝ່ປະຈຳຊາດ ຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ສິງກະໂປ (ພາບ: TTXVN)  

ກ່າວຄຳເຫັນຢູ່ທີ່ພິທີ, ທ່ານ ມາຍເຟືອກຢຸ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ແຈ້ງໃຫ້ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ  ກ່ຽວກັບຜົນງານຂອງ ຫວຽດນາມ ໃນປີ 2022 ໃນສະພາບການແວດລ້ອມຂອງພາກພື້ນ ແລະ ໂລກ ມີຄວາມຫຍຸ້ງຍາກຫຼາຍຢ່າງ. ປີ 2022, ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ແມ່ນ 8,02%, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ພັດທະນາໄວທີ່ສຸດໃນໂລກ. ການນຳເຂົ້າ-ສົ່ງອອກຂອງ ຫວຽດນາມ ບັນລຸໄດ້ກວ່າ 700 ຕື້ ໂດລາສະຫະລັດ, ລວມຍອດຂະໜາດພື້ນຖານເສດຖະກິດແມ່ນກວ່າ 400 ຕື້ ໂດລາສະຫະລັດ.

ກ່ຽວກັບການພົວພັນ ຫວຽດນາມ - ສິງກະໂປ, ທ່ານ ມາຍເຟືອກຢຸ້ງ ຊີ້ແຈ້ງວ່າ ໃນປີ 2022, ການພົວພັນສອງປະເທດພັດທະນາຢ່າງເຂັ້ມແຂງ ດ້ວຍບັນດາການຢ້ຽມຢາມທາງລັດຖະກິດ, ເຊັ່ນ: ການຢ້ຽມຢາມ ສິງກະໂປ ຂອງທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໃນເດືອນກຸມພາ ແລະ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ Halimah Yacob ປະທານາທິບໍດີ ສິງກະໂປ ໃນເດືອນຕຸລາ. ນອກຈາກນັ້ນ, ຍັງມີຫຼາຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ແລະ ສິງກະໂປ ເດີນທາງຢ້ຽມຢາມ ແລະ ເຮັດວຽກເຊິ່ງກັນ ແລະ ກັນ. ໃນໂອກາດນີ້, ທ່ານ ມາຍເຟືອກຢຸ້ງ ໄດ້ມອບໃບຍ້ອງຍໍຍ້ອນມີຜົນງານດີເດັ່ນໃນວຽກງານປະຊາຄົມ ຊາວຫວຽດນາມ ຢູ່ ສິງກະໂປ ຈໍານວນ 10 ຄົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top