• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ເຊື່ອມ​ຕໍ່ 3 ພື້ນ​ຖານ​ເສດ​ຖະ​ກິດ ກຳ​ປູ​ເຈຍ, ລາວ ແລະ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຄະນະຜູ້ແທນສະພາແຫ່ງຊາດສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ມີການເຮັດວຽກກັບບັນດາແຂວງນອນໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ - ເຊິ່ງເປັນກິດຈະກຳນອນໃນລາຍການໄປສຳຫຼວດຕົວຈິງ ເພື່ອຮັບໃຊ້ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1. ຄາດວ່າ ຈະດຳເນີນໃນຕົ້ນເດືອນທັນວາ ຈະມາເຖິງ.
ບັນຍາກາດການເຮັດວຽກ

ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນ Pleiku, ແຂວງ ຢາລາຍ ຂອງ ຫວຽດນາມ, ຄະນະຜູ້ແທນສະພາແຫ່ງຊາດສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ມີການເຮັດວຽກກັບບັນດາແຂວງນອນໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ - ເຊິ່ງເປັນກິດຈະກຳນອນໃນລາຍການໄປສຳຫຼວດຕົວຈິງ ເພື່ອຮັບໃຊ້ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1. ຄາດວ່າ ຈະດຳເນີນໃນຕົ້ນເດືອນທັນວາ ຈະມາເຖິງ.       

ທີ່ການເຮັດວຽກ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ນອນໃນເຂດສາມຫຼ່ຽມພັດທະນາ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືຂອງພາກພື້ນໃນບັນດາຂົງເຂດ, ເຊິ່ງລວມມີ: ການພົວພັນຕ່າງປະເທດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນັ້ນ, ບັນດາທ້ອງຖິ່ນຂອງ ຫວຽດນາມ ທີ່ນອນໃນເຂດສາມຫຼ່ຽມພັດທະນາຄື ຢາລາຍ, ກອນຕຸມ, ດັກນົງ, ດັກລັກ, ບິ່ງເຟືອກ ກໍ່ໄດ້ມີຂໍ້ສະເໜີແນະ ເພື່ອເພີ່ມທະວີບົດບາດຂອງລັດຖະສະພາ 3 ປະເທດໃນການຊຸກຍູ້ການພົວພັນຮ່ວມມື, ຄູ່ເຈລະຈາ, ສາມັກຄີ, ວັດທະນາຖາວອນ, ຊຸກຍູ້ການເຊື່ອມຕໍ່ສາມພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top