ຂ່າວສານ
ຊຸກຍູ້ການຮ່ວມມື, ບຳລຸງສ້າງພະນັກງານຂັ້ນສູງລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ແລະ ອິນເດຍ
ຕອນບ່າຍ ວັນທີ 1 ເມສາ, ຢູ່ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ທ່ານ ດວ່ານມິງຮວນ, ຜູ້ອຳນວຍການສະຖາບັນໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບເອກອັກະຄະລັດຖະທູດ ອົດສະຕາລີ ແລະ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ເພື່ອແນໃສ່ກຳນົດທິດ ແລະ ຊຸກຍູ້ບັນດາໂຄງການຮ່ວມມືຄົ້ນຄ້ວາ, ບຳລຸງສ້າງພະນັກງານຂັ້ນສູງ.
ທີ່ການເຮັດວຽກກັບທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ, ທ່ານດວ່ານມິງຮວນ ຜູ້ອຳນວຍການສະຖາບັນສະເໜີ ສືບຕໍ່ສືບຕໍ່ເສີມຂະຫຍາຍບົດບາດຂອງສູນ ຫວຽດ - ອົດສະຕາລີ (VAC) ຢູ່ສະຖາບັນ ແລະ ປາດຖະໜາຢາກໃຫ້ ອົດສະຕາລີ ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍບັນດາໂຄງການກ່ຽວກັບການຫັນເປັນສີຂຽວ ຕິດພັນກັບການເຕີບໂຕສີຂຽວ, ການຄຸ້ມຄອງການພັດທະນາຕົວເມືອງ, ເສດຖະກິດປະດິດຄິດສ້າງ, ອະນຸລັກຮັກສາມໍລະດົກ ແລະ ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທາງສັງຄົມໃນຍຸກດີຈີຕອນ, ພ້ອມທັງປາດຖະໜາຢາກຊຸກຍູ້ກນາທູດສະເພາະລະຫວ່າງບັນດານັກຮຽນຮູ້, ສະຖາບັນຄົ້ນຄ້ວາສອງຝ່າຍ.
ທີ່ການເຮັດວຽກກັບທ່ານ Tshering W.Sherpa ເອກອັກະຄັດລັດຖະທູດ ອິນເດຍ, ທ່ານ ດວ່ານມິງຮວນ ຜູ້ອຳນວຍການສະຖານບັນໄດ້ສະເໜີເສີມຂະຫຍາຍບົດບາດຂອງສູນຄົ້ນຄ້ວາອິນເດຍຢູ່ສະຖາບັນຢ່າງສຸດຂີດເພື່ອຈັດບັນດາກອງປະຊຸມສຳມະນາວິທະຍາສາດ ແລະ ເຊື່ອມຕໍ່ການລົງທຶນ, ສະເໜີເປີດກວ້າງບັນດາຫຼັກສຸດການສຶກສາບຳລຸງ ໃຫ້ແກ່ພະນັກງານການນຳ ຫວຽດນາມ ຢູ່ອິນເດຍ ກ່ຽວກັບບັນດາຫົວຂໍ້ທີ່ເປັນທ່າແຮງຂອງອິນເດຍ.








